ເມືອງໄຊສະຖານ ໄດ້ຈັດພິທີປະກາດປະຖະກະຖາ 06 ວັນປະຫວັດສາດຂອງຊາດ, ຂອງພັກ ແລະ ການເຊື່ອມຊືມເອກະສານແຜນແມ່ບົດລາວ-ຈີນ 2024-2028

ເມືອງໄຊສະຖານ

ໄດ້ຈັດພິທີປະກາດປະຖະກະຖາ 06 ວັນປະຫວັດສາດຂອງຊາດ, ຂອງພັກ ແລະ ການເຊື່ອມຊືມເອກະສານແຜນແມ່ບົດລາວ-ຈີນ 2024-2028

          ໃນຕອນເຊົ້າຂອງວັນທີ 12 ສິງຫາ 2024 ເມືອງໄຊສະຖານໄດ້ຈັດພິທີປາຖະກະຖາ 06 ວັນປະຫັວດສາດຂອງຊາດ, ຂອງພັກ  ຂຶ້ນຢ່າງເປັນທາງການ ໂດຍການເປັນ ປະທານ ຂອງ ທ່ານ ສົມສະນິດ ວົງສີ ກຳມະການປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ ຕະຫຼອດຮອດສະມາຊິກພັກ, ພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານອາວຸໂສບຳນານເຂົ້າຮ່ວມ ເຊິ່ງການປາຖະກະຖາ  06 ວັນປະຫັວດສາດມີຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສື່ມວນຊົນແຫ່ງຊາດ ແລະ ວັນພິມຈຳໜ່າຍ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ, ວັນສ້າງຕັ້ງສານປະຊາຊົນ ແຫ່ງຊາດ ຄົບຮອບ 42 ປີ, ວັນຍຶດອຳນາດທົ່ວປະເທດ ແລະ ວັນຍຶດອຳນາດແຂວງໄຊຍະບູລີ ຄົບຮອບ 49 ປີ  ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ ຄົບຮອບ 22 ປີ ຕິດພັນກັບການເຊື່ອມຊືມ ເອກະສານແຜນແມ່ບົດລາວ-ຈີນ 2024-2028 ເຊິ່ງມີຜູ້ເຂົ້າຮ່ວມທັງໜົດ 167 ທ່ານ, ຍິງ 49 ທ່ານ ແລະ ພິທີປາຖະກະຖາ 06 ວັນປະຫັວດສາດ ທ່ານ ສົມສະນິດ ວົງສີ ກຳມະການປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງໄດ້ເຫຼົ່າຫວນຄືນມູນເຊື້ອ 06 ວັນປະຫວັດສາດຂອງຊາດ, ຂອງພັກ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນປະຫັວດຄວາມເປັນມາຄວາມໝາຍຄວາມສຳຄັນຂອງແຕ່ລະວັນ ແລະ ຜົນງານທີ່ຜົນເດັ່ນຂອງແຕ່ລະຂະແໜງການທີ່ໄດ້ຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວໃນໄລຍະ 1 ປີຜ່ານມາ  ເປັນການຍົກໃຫ້ເຫັນພາລະບົດ, ໝ້າທີ  ແລະ ມູນເຊື້ອແຫ່ງການການເຕີບໃຫ່ຍຂະຫຍາຍຕົວຂອງອົງການຕ່າງໆ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດພາຍໃນເມືອງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ວັນສຳຄັນຂອງຊາດ, ຂອງພັກ ພິທີການປາຖະກະຖາ 06 ວັນປະຫວັດສາດໃນຄັ້ງນີ້ລ້ວນແລ້ວແຕ່ມີບັນຍາກາດຟົດຟື້ນທີ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນໃນການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫ່ຍແຕ່ລະຂັ້ນ ກໍ່ຄືບົດແນະນຳຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 561/ຄອຂ, ລົງວັນທີ 06 ສິງຫາ 2024 ເພື່ອເປັນການຫວນຄືນຂະບວນການວິວັດແຫ່ງການກຳເນີດ ແລະ ການຂະຫຍາຍຕົວຂອງລັດຖະທຳມະນູນແຫ່ງ ສປປ ລາວ ໃນຕະຫຼອດໄລຍະ 33 ປີ ຜ່ານມາເພື່ອແນ່ໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງ ເປັນການເພີ່ມທະວີຍົກສູງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ເປັນການໂຄສະນາເຜີຍແຜ່ໃຫ້ປະຊາຊົນຮັບຮູ້ເຊື່ອມຊືມມູນເຊື້ອຕໍ່ສູ້ພິລະອາດຫານບໍ່ຍອມຈຳນົນຂອງແນວລາວສ້າງຊາດ ເຊິ່ງແມ່ນອົງການນຳໜ້າຂອງການປະຕິວັດລາວ ເຫັນໄດ້ຄວາມປີຊາສາມາດໃນການໂຄສະນາຂົນຂວາຍ ແລະ ການນຳພາຕໍ່ສູ້ຈົນໄດ້ໄຊຊະນະ ແລະ ໃນຕອນທ້າຍ ທ່ານ ສົມສະນິດ ວົງສີ ກຳມະການປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ ຍັງໄດ້ເຊື່ອມຊືມເອກະສານແຜນແມ່ບົດລາວ-ຈີນ 2024-2028 ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານໄດ້ຮັບຮູ້ເຂົ້າໃຈໃຈຕໍ່ເນື້ອໃນດັ່ງກ່າວ ເຊິ່ງ ທ່ານໄດ້ຍົກໃຫ້ເຫັນຜົນງານ, ທິດທາງ ແລະ ມາດຕະການໃນການຈັດຕັ້ງປະຕິບັດຢູ່ແຕ່ລະຂົງເຂດວຽກງານໃນຕໍ່ໜ້າຕືມອີກ.

ຂຽນ – ຂ່າວພາບໂດຍ: ສິດທິພອນ ທີແກ້ວ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa