ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກ ເມືອງ ຊຽງຮ່ອນ, ແຂວງ ໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 30 ມັງກອນ 2025 ນີ້, ທີ່ສະໂມສອນໃຫຍ່ຂອງເມືອງດັ່ງກ່າວ, ໂດຍເປັນປະທານຂອງສະຫາຍ ແສງອາທິດ ລາວເບຼຍຢາທໍ່, ເລຂາພັກເມືອງ, ວ່າການເຈົ້າເມືອງ ຊຽງຮ່ອນ, ເຂົ້າຮ່ວມເປັນກຽດໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີຮອງເລຂາພັກແຂວງ, ມີກໍາມະການປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ,ມີພະນັກງານອາວຸໂສບຳນານ, ມີນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກເມືອງອ້ອມຂ້າງ, ມີຜູ້ແທນສົມບູນຈໍານວນ 121 ສະຫາຍ, ທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວເມືອງທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1.532 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນຄັ້ງນີ້ແມ່ນໄດ້ພ້ອມກັນທົບທວນຕີລາຄາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຍົກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານມາ ແລະ ພ້ອມກັນກຳນົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານໃນການປົກປັກຮັກສາ ແລະ ພັດທະນາເມືອງຊຽງຮ່ອນແຕ່ນີ້ຮອດປີ 2029, ໂດຍລວມແລ້ວເມືອງ ຊຽງຮ່ອນ ແມ່ນມີການປ່ຽນແປງຢ່າງຕັ້ງໜ້າເປັນຕົ້ນແມ່ນ: ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມໂດຍພື້ນຖານ, ເສດຖະກິດ, ວັດທະນະທໍາ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຊຸກຍູ້ສົ່ງເສີມນັບມື້ດີຂື້ນ,ເສດຖະກິດຂະຫຍາຍຕົວສະເລ່ຍໃນລະດັບ 7,15%, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍບັນລຸໄດ້ 873 ຕື້ກີບ, ສະເລ່ຍຕໍ່ຄົນໄດ້ 24 ລ້ານກີບ ຫຼື ເທົ່າກັບ 1.112 ໂດລາສະຫະລັດ ເທົ່າກັບ 41% ຂອງແຜນການ,ເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 19,91 ຕື້ກີບ,ເທົ່າກັບ 135,72% ຂອງແຜນການ 5 ປີ, ຄຸ້ມຄອງລາຍຈ່າຍໄດ້ທັງໝົດ 14,39 ຕື້ກີບ; ເທົ່າກັບ 99,57%, ດ້ານກະສິກໍາມີເນື້ອທີ່ປູກເຂົ້າທັງໝົດ 4.999,2 ເຮັກຕາ, ຜົນຜະລິດທັງໝົດ 21.092 ໂຕນ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ຮັບເຂົ້າເປືອກ 616 ກິໂລຕໍ່ຄົນຕໍ່ປີ, ເຂົ້ານາແຊງເນື້ອທີ່ 385,50 ເຮັກຕາ, ຜົນຜະລິດ 1.790 ໂຕນ; ເຂົ້າໄຮ່ເນື້ອທີ 1.255,50 ເຮັກຕາ, ຜົນຜະລິດ 2.511 ໂຕນ, ປູກພືດສະບຽງອາຫານ ແລະ ໝາກໄມ້ໃຫ້ໝາກ ມີເນື້ອທີ່ທັງໝົດ 1.397,87 ເຮັກຕາ, ຜົນຜະລິດ 6.688,65 ໂຕນ, ປູກພືດເປັນສິນຄ້າສົ່ງອອກມີເນື້ອທີ່ທັງໝົດ 6.908,27 ເຮັກຕາຜົນຜະລິດ 198.398,58 ໂຕນ,ການປູກຢາງພາລາ ເນື້ອທີ່ທັງໝົດ 7.567,1 ເຮັກຕາ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 154,26 % ເພີ່ມຂຶ້ນ 3.470,93 ເຮັກຕາ, ມີເນື້ອທີ່ໃຫ້ຜົນຜະລິດ 4.550,5 ເຮັກຕາ, ຜົນຜະລິດທັງໝົດ 21.051,39 ໂຕນ. ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຂອງບັນດາຂະແໜງການຂອງເມືອງ ແລະ ຕົວແບບດ້ານຕ່າງໆຂອງເມືອງ ແລະ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດທີ VIII, ເລືອກຕັ້ງເອົາຄະນະປະຈໍາພັກເມືອງ, ເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາພັກ, ເພື່ອສືບຕໍ່ຊີ້ນຳ-ນຳພາເມືອງຊຽງຮ່ອນໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ດ້ວຍຜົນງານ ແລະ ໄຊຊະນະໃໝ່ຍິ່ງໃຫຍ່ກ່ວາເກົ່າ, ພ້ອມທັງດໍາເນີນການປ່ອນບັດຄັດເລືອກເອົາຜູ້ແທນທີ່ເປັນຕົວແທນໃຫ້ແກ່ອົງຄະນະພັກເມືອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ຈາກນັ້ນຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົງສະຫວັນ ສິດທະວົງ ແລະ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງຈະສຳເລັດ.
ໂດຍ: ຖວທ ເມືອງຊຽງຮ່ອນ.