

ໃນຕອນເຊົ້າວັນທີ 12 ທັນວາ 2025 ນີ້, ຢູ່ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ຮັບສະມາຊິກເຍົາວະຊົນ ທັນວາ ຂຶ້ນ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ນາງ ແສງອຸທິນ ກັນດີ ກໍາມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີຄະນະອໍານວຍການໂຮງຮຽນ, ຄູ-ອາຈານ ຜູ້ຮັບຜິດຊອບວຽກເຍົາວະຊົນ-ອະນຸຊົນ, ສະມາຊິກເຍົາວະຊົນ-ອະນຸຊົນ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ໄດ້ຮັບເອົາອະນຸຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກເຍົາວະຊົນ ທັນວາ 100 ນ້ອງ, ຍິງ 55 ນ້ອງ. ໃນນີ້, ໂຮງຮຽນປະຖົມແກ່ນທ້າວ 8 ນ້ອງ, ຍິງ 6 ນ້ອງ, ໂຮງຮຽນປະຖົມສຸກສະຫວັນ 26 ນ້ອງ, ຍິງ 13 ນ້ອງ, ໂຮງຮຽນປະຖົມໂພນສະຫວ່າງ 28 ນ້ອງ, ຍິງ 14 ນ້ອງ ແລະ ໂຮງຮຽນປະຖົມນະພັດສອນ 38 ນ້ອງ, ຍິງ 22 ນ້ອງ.
ໂອກາດນີ້, ສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ ຍັງໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ກ່າວວ່າ: ປະຈຸບັນ ພວກລູກ-ຫຼານທັງຫຼາຍ ແມ່ນຄົນຮຸ່ນນ້ອຍ ທີ່ຈະກາຍເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ-ຂອງຊາດໃນອະນາຄົດ, ເປັນຮຸ່ນທີ່ຈະສືບໜໍ່ແທນແນວ. ໃຫ້ພວກລູກຫຼານເຂົ້າໃຈວ່າ: ພວກລູກຫຼານເປັນເດັກໃນວັນນີ້ ກໍຈະກາຍເປັນຜູ້ໃຫຍ່ໃນວັນໜ້າ ແລະ ຈະເປັນຜູ້ຮັບຜິດຊອບຕໍ່ໂຊກສະຕາກໍາຂອງປະເທດຊາດບ້ານເມືອງໃນຂັ້ນຕໍ່ໄປ, ພວກລູກ-ພວກຫຼານ ຈົ່ງຈົດຈໍາເອົາໄວ້ ຍາມໃດກໍຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຄໍາຮູ້, ມີລະບຽບວິໄນ, ຫາງໄກຢາເສບຕິດ ແລະ ໄພສັງຄົມຕ່າງໆ, ປະຕິບັດໃຫ້ໄດ້ຕາມສອນ ຂອງທ່ານຜູ້ນໍາຄື: ຄໍາສອນ 6 ຮັກ 3 ຊັງ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນ ທັນວາ. ສະຫາຍ ຮອງເລຂາຄະນະບໍລິຫານງານພັກເມືອງ ຍັງໄດ້ຮຽກຮ້ອງໃຫ້ຄະນະອໍານວຍການໂຮງຮຽນ, ຄູ-ອາຈານ ຢູ່ພາຍໃນໂຮງຮຽນ ສືບຕໍ່ສຶກສາອົບຮົມ, ສັ່ງສອນນ້ອງນ້ອຍເຍົາວະຊົນ-ອະນຸຊົນ ທັນວາ ໃຫ້ເປັນເດັກດີ, ເດັກຄໍາຮູ້, ເປັນນັກຮຽນເກັ່ງ ເພື່ອເຮັດໃຫ້ເຂົາເຈົ້າກາຍເປັນຜູ້ສືບທອດພາລະກິດຂອງພັກ, ຂອງຊາດ ທີ່ດີໃນອະນາຄົດ ໂດຍສະເພາະແມ່ນ ການສືບຕໍ່ນໍາພາໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນ-ອະນຸຊົນ ທັນວາ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.
ຂ່າວ: ແກ່ນທ້າວ.