ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ເມືອງ ແກ່ນທ້າວ, ແຂວງ ໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 10 ກຸມພາ 2025 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ຄໍາປຸ່ນ ນວນສະບັບ, ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ ແກ່ນທ້າວ, ເປັນກຽດເຂົ້າຮ່ວມມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກເມືອງອ້ອມຂ້າງ, ມີຜູ້ແທນສົມບູນທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວເມືອງ 123 ສະຫາຍ, ຍິງ 14 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1.555 ສະຫາຍ.
ກອງປະຊຸມ ສະຫາຍ ຄໍາປຸ່ນ ນວນສະບັບ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນຄັ້ງນີ້ ຈະໄດ້ພ້ອມກັນທົບທວນຕີລາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VII, ໄປພ້ອມກັນກໍານົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານໃນການປົກປັກຮັກສາ ແລະ ພັດທະນາເມືອງແກ່ນທ້າວແຕ່ນີ້ຮອດ ປີ 2029, ພ້ອມດຽວກັນກໍໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ, ຈາກນັ້ນສະຫາຍ ສີຄານ ແກ່ນມະນີ ຮອງເລຂາພັກເມືອງກໍໄດ້ຂຶ້ນຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ ເຊິ່ງສະຫາຍໄດ້ກ່າວວ່າ: ເສດຖະກິດ ຂອງເມືອງບັນລຸສະເລ່ຍ 6,5% ຕໍ່ປີໃນນີ້: ຂະແໜງກະສິກຳ ເພີ່ມຂຶ້ນ 3% ກວມເອົາ 39,35%; ຂະແໜງອຸດສາຫະກຳເພີ່ມຂຶ້ນ 10,5%ກວມເອົາ 28,01% ແລະ ຂະແໜງບໍລິການ ເພີ່ມຂຶ້ນ 9% ກວມເອົາ 32,64%, ລວມຍອດມູນຄ່າຜົນຜະລິດພາຍໃນ ໄດ້ທັງໝົດ 1.055,91 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 24,22 ລ້ານກີບ, ທຽບໃສ່ແຜນການປະຕິບັດໄດ້ 71%, ການຈັດເກັບລາຍຮັບງົບປະມານປະຕິບັດໄດ້ 36,17 ຕື້ກີບ, ເທົ່າກັບ 117,47% ຂອງແຜນການ, ການຄຸ້ມຄອງລາຍຈ່າຍ ປະຕິບັດໄດ້ 12,01 ຕື້ກີບ, ເທົ່າກັບ 97,91%, ສາມາດຜະລິດເຂົ້າໄດ້ທັງໝົດ 31.367,45 ໂຕນ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 761 ກິໂລ/ຄົນ, ການປູກພືດສະບຽງອາຫານ ສາມາດຜະລິດໄດ້ 831,97 ເຮັກຕາ, ຜົນຜະລິດ 6.556,43 ໂຕນ, ການຜະລິດພືດເປັນສິນຄ້າ ເນື້ອທີ່ 20.503,43 ເຮັກຕາ, ຜົນຜະລິດໄດ້ທັງໝົດ 578.157,74 ໂຕນ, ການລ້ຽງສັດໄດ້ຫັນໄປສູ່ການລ້ຽງລັກສະນະແບບເປັນຟາມ ຕິດພັນກັບການຮັກສາສຸຂະພາບສັດ ເຮັດໃຫ້ອັດຕາການຂະຫຍາຍຕົວຂອງສັດເພີ່ມຂຶ້ນ 16,18%ຕໍ່ປີ; ສາມາດສະໜອງຊີ້ນ, ໄຂ່ ແລະ ປາສະເລ່ຍ 73,87 ກິໂລ/ຄົນ/ປີ, ໃນກອງປະຊຸມຜູ້ແທນຍັງຈະໄດ້ພ້ອມກັນຄົ້ນຄົ້ວ ແລະ ຮັບຮອງເອົາບັນດາເອກະສານສຳຄັນທີ່ເປັນຍຸດທະສາດຂອງຄະນະບໍລິຫານງານພັກຄັ້ງທີ VIII, ຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່, ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຫ້ອງການ, ກົມກອງ ແລະ ຕົວແບບດ້ານຕ່າງໆ, ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເລຂາພັກແຂວງ ແລະ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງຈະສໍາເລັດ.
ຂ່າວ-ພາບໂດຍ: ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ.