ເມືອງ ໄຊຍະບູລີເຊື່ອມຊືມເອກະສານຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີXI ແລະ ຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກຄອມມູນິດຈີນ ຄັ້ງທີ XX.

ໃນຕອນເຊົ້າວັນທີ 4 ກຸມພາ 2025 ນີ້ເມືອງ ໄຊຍະບູລີໄດ້ຈັດພິທີເຊື່ອມຊືມເອກະສານຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI ແລະ ຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະ

ນະກຳມະການສູນກາງພັກຄອມມູນິດຈີນຄັ້ງທີ XX ຂື້ນ. ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ໂດຍການເປັນປະທານຂອງສະຫາຍ ເສນ ພັນລັກ ເລຂາຄະນະບໍລິຫານພັກເມືອງ ວ່າການເຈົ້າເມືອງ ໄຊຍະບູລີ, ມີຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາ, ຮອງເລຂາ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກພາຍໃນສຳນັກງານ, ອົງການ, ກົມກອງ ແລະ ບ້ານເທດສະບານເມືອງເຂົ້າຮ່ວມ.

ໃນພິທີສະຫາຍ ເສນ ພັນລັກ ເລຂາຄະນະບໍລິຫານພັກເມືອງ ວ່າການເຈົ້າເມືອງ ໄຊຍະບູລີໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊືມເອກະສານຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI ບາງຕອນສະຫາຍກ່າວວ່າ: ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI ໄດ້ດໍາເນີນໃນລະຫວ່າງວັນທີ 28 ຕຸລາ ຫາ ວັນທີ 6 ພະຈິກ 2024 ທີ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ ຄະນະບໍລິຫານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ກອງປະຊຸມໄດ້ສຸມໃສ່ຍົກສູງຄວາມຮັບຜິດຊອບດ້ານການເມືອງໃນການຄົ້ນຄວ້າປະກອບຄຳເຫັນ ແລະ ເປັນເອກະພາບໃຫ້ທິດຊີ້ນຳຕໍ່ບັນດາເນື້ອໃນທີ່ນຳມາປຶກສາຫາລືກັນດັ່ງນີ້: ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງີນຕາ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຕິດພັນກັບການຕິລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2024 ແລະ ທິດທາງແຜນການປີ 2025, ຕີລາຄາຜົນການດໍາເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກອ້ອມຂ້າງເມືອງ-ນະຄອນ ແລະ ຮາກຖານບ້ານ ແລະ ການກະກຽມດຳເນີນກອງປະຊຸມໃຫ່ຍອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ອ້ອມຂ້າງແຂວງ-ນະຄອນ ແລະ ຮາກຖານພັກອ້ອມຂ້າງກະຊວງ ແລະ ອົງການ, ການປັບປຸງເອກະສານທີ່ຈະນຳເຂົ້າລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XII ຂອງພັກ( ຮ່າງໂຄງການໆເມືອງພັກ ສະບັບທີ 3, ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ການປັບປຸງກົດລະບຽບຂອງພັກ ສະໄໝທີ XI ), ການປັບປຸງລັດຖະທໍາມະນູນສະບັບປີ 2025, ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການເຄື່ອນໄຫວວຽກງານຕ່າງປະເທດຈຳນວນໜື່ງ, ກອງປະ

ຊຸມໄດ້ວາງຈຸດສຸມນຳພາ-ຊີ້ນຳ ໂດຍມອບໃຫ້ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກຊີ້ນຳລັດຖະບານ, ອົງການຂອງພັກ ແລະ ລັດ ຄະນະພັກແຕ່ລະຂັ້ນຈັດຕັ້ງປະຕິບັດວຽກງານຈຸດສຸມແຕ່ນີ້ຮອດກອງປະຊຸມຄົບຄະນະຄັ້ງທີ 10 ຈາກນັ້ນໃນພິທີສະຫາຍ ເສນ ພັນລັກ ວ່າການເຈົ້າເມືອງໄຊຍະບູລີຍັງໄດ້ໃຫ້ກຽດເຊື່ອມຊຶມຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກຄອມມູນິດຈີນ ຄັ້ງທີ XX ຕື່ມອີກ.

…………………

ຂ່າວ-ພາບ: ສົມພົງ ສີສະຫວັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa