

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 3 ສະໄໝທີ X ໄດ້ຈັດຂື້ນຢ່າງເປັນທາງການໃນຕອນເຊົ້າວັນທີ 28 ຕຸລາ 2025 ນີ້ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ ພ້ອມດ້ວຍເລຂາໜ່ວຍພັກບ້ານເທດສະບານເມືອງເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ ໄດ້ຂື້ນກ່າວເປີດກອງປະຊຸມບາງຕອນສະຫາຍກ່າວວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີ ຄັ້ງທີ 3 ສະໄໝທີ X ເປັນການຕີລາຄາຄວາມຮັບຜິດຊອບທາງການເມືອງ ການນຳພາ-ຊີ້ນຳຂອງຄະນະພັກຂັ້ນຕ່າງໆ ເປັນການປະເມີນຜົນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນດ້ານຕ່າງໆຂອງມະຕິ XI ຂອງພັກ, ມະຕິ VII ຂອງອົງຄະນະພັກແຂວງ (ທ້າຍສະໄໝ), ມະຕິ X ຂອງຄະນະບໍລິຫານງານພັກເມືອງ ພ້ອມດຽວກກັນນີ້ພວກເຮົາຈະໄດ້ສ້າງຄວາມເປັນເອກະພາບ ພ້ອມກັນຄົ້ນຄວ້າຊອກຫາວິທີແກ້ໄຂ ມີມາດຕະການປະຕິບັດໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ທັງເປັນການແລກປ່ຽນຄໍາຄິດຄໍາເຫັນ, ຈາກບັນດາສະຫາຍຄະນະພັກ ແລະ ຜູ້ແທນກອງປະຊຸມ; ກອງປະຊຸມໃນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 1 ວັນເຕັມ ຊຶ່ງຜູ້ແທນກອງປະຊຸມຈະໄດ້ຮັບຟັງການສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ 9 ເດືອນ ແລະ ທິດທາງແຜນວຽກຈຸດສຸມ 3 ເດືອນທ້າຍປີ 2025 ; ພ້ອມນີ້ສະຫາຍເລຂາພັກເມືອງຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມຈົ່ງໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນສູງຂຶ້ນ ເຂົ້າຮ່ວມ ແລະ ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາຄິດເຫັນ ເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີເນື້ອໃນ, ມີຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ຂ່າວ+ພາບ: ສົມພົງ ສີສະຫວັດ