ໃນຕອນເຊົ້າວັນທີ 9 ກຸມພາ 2026 ນີ້ເມືອງ ໄຊຍະບູລີໄດ້ຈັດພິທີປະກາດການຈັດຕັ້ງການຍົກຍ້າຍພະນັກງານລົງປະຈຳຕາແສງ, ປະກາດຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ; ໂດຍການເປັນປະທານຂອງທ່ານ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄຊຍະບູລີ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ ແລະ ທ່ານນາຍບ້ານ 78 ບ້ານທົ່ວເມືອງເຂົ້າຮ່ວມ.
ໃນພິທີທ່ານ ພອນພິລຸນ ປີ່ນທິບ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານ ປະທານຄະນະກຳມະການປົກຄອງເມືອງສະບັບເລກທີ 84, 85,86, 87, 88/ຄປມ.ຊຍ ວ່າດ້ວຍການຍົກຍ້າຍພະນັກງານລັດຖະກອນປະຈໍາຢູ່ຕາແສງພາຍໃນເມືອງຄື: ຕາແສງນາຊໍ່າ-ຫ້ວຍຂົວຫລວງ; ຕາແສງ ນາກວາງ; ຕາແສງ ນາລວມ-ນ້ຳຕວນ; ຕາແສງ ໄຊມຸງຄຸນ ແລະ ຕາແສງ ນາຕາກ-ນາມອນ; ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍພະນັກງານ-ລັດຖະກອນເມືອງໄຊຍະບູລີ ປະທານຄະນະກຳມະການປົກຄອງເມືອງຕົກລົງຍົກຍ້າຍ ທ່ານ ລິຄິດ ແຊ່ເຕີນ ກຳມະການພັກເມືອງ ຫົວໜ້າຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ໄປຈຳການຢູ່ຫ້ອງວ່າການເມືອງ; ຍົກຍ້າຍທ່ານ ສຸວິໄຊ ພູມມາ ຮອງຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນນາຍາວໄປປະຈຳການຢູ່ຫ້ອງການສຶກສາທິການ ແລະ ກິລາເມືອງ; ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າຫ້ອງການຄື: ແຕ່ງຕັ້ງ ທ່ານ ອຸດົມໄຊ ອູ່ທອງຄຳ ເປັນຮັກສາການຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທືນເມືອງ ໄຊຍະບູລີ; ແຕ່ງຕັ້ງທ່ານ ສອນເພັດ ໂສພາ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ເປັນຮັກສາການຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ; ແຕ່ງຕັ້ງທ່ານ ນາງ ທອງສະມຸດ ອຸໄລສອນ ຮອງຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ເປັນຮັກສາການຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ; ແຕ່ງຕັ້ງທ່ານ ແສງອາລຸນ ແສງຈັນ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງເປັນຮັກສາການ ຫົວໜ້າຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ; ແຕ່ງຕັ້ງທ່ານນາງ ແສງທຽນ ມີຈະເລີນ ຫົວໜ້າໜ່ວຍງານບໍລິຫານຂື້ນເປັນຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ; ແຕ່ງຕັ້ງ ທ່ານ ສຸວິໄຊ ພູມມາ ຮອງຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນນາຍາວ ເປັນຮອງຫົວໜ້າຫ້ອງການສືກສາທິການ ແລະ ກິລາເມືອງ; ຈາກນັ້ນກໍ່ໄດ້ຜ່ານມະຕິຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບຄະນະປະຈຳພັກເມືອງ ນຳພາ-ຊີ້ນຳຕາແສງພາຍໃນເມືອງ ໄຊຍະບູລີ; ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ, ຄະນະໜ່ວຍພັກຫ້ອງການພາຍໃນເມືອງຄື: ແຕ່ງຕັ້ງສະຫາຍ ສອນເພັດ ໂສພາ ເປັນເລຂາໜ່ວຍພັກ, ສະຫາຍ ກິແກ້ວ ຄຳອ່ອນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ຄຳສະຫວັດ ຮັກປະສິດ ເປັນຄະນະໜ່ວຍພັກ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ; ແຕ່ງຕັ້ງທ່ານ ສະຫາຍນາງ ທອງສະມຸດ ອຸໄລສອນ ເປັນເລຂາໜ່ວຍພັກ, ສະຫາຍນາງ ແສງມະນີ ຂຸນດາວົງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ກອງຄຳ ສົມດີ ເປັນຄະນະໜ່ວຍພັກຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ; ແຕ່ງຕັ້ງທ່ານ ແສງອາລຸນ ແສງຈັນ ເປັນເລຂາໜ່ວຍພັກຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ; ຈາກນັ້ນທ່ານ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄຊຍະບູລີ ກໍ່ໄດ້ມອບມະຕິຕົກລົງ, ຂໍ້ຕົກລົງໃຫ້ຜູ້ທີ່ຍົກຍ້າຍ ແລະ ແຕ່ງຕັ້ງໃໝ່ ພ້ອມທັງໃຫ້ກຽດໂອລົມຕໍ່ພິທີຕື່ມອີກ.
ຂ່າວ+ພາບ: ສົມພົງ ສີສະຫວັດ