

ໃນຕອນເຊົ້າວັນທີ 9 ທັນວາ 2025 ນີ້ເມືອງໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ຈັດພິທີປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ ແລະ ຍົກຍ້າຍ, ແຕ່ງຕັ້ງພະນັກງານຫຼັກແຫຼ່ງຂອງເມືອງຂື້ນ; ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ຈັນເພັງ ແສນຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າ, ຮອງຫົວໜ້າໜ່ວຍງານພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານ ພອນພິລຸນ ປີ່ນທິບ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງໄຊຍະບູລີສະບັບເລກທີ1949/ຈຂ ວ່າດ້ວຍການຍົກຍ້າຍບ່ອນປະຈຳການຂອງພະນັກງານ-ລັດຖະກອນ ເຈົ້າແຂວງ ໄຊຍະບູລີຕົກລົງຍົກຍ້າຍທ່ານ ນາງ ສີທອນ ຄຳອ່ອນ ຫົວໜ້າອົງການກາແດງເມືອງ ໄຊຍະບູລີ ໄປຮັບໜ້າທີ່ໃໝ່ຢູ່ພະແນກສຶກສາທິການ ແລະ ກິລາແຂວງ ໄຊຍະບູລີ; ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງ ໄຊຍະບູລີສະບັບເລກທີ 1918, 1919, 1920/ຈຂ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການ-ຮັບອຸດໜູນບຳນານ ເຈົ້າແຂວງ ໄຊຍະບູລີຕົກລົງ ເຫັນດີອານຸມັດໃຫ້ທ່ານ ນາງ ປາວີ ພົງສາລີ ຮອງຫົວໜ້າຫ້ອງວ່າການເມືອງ, ທ່ານ ນາງ ຈັນວັນເພັງ ສຸກຜາລີ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ ນາງ ຄຳປ່ຽງ ແສງອາທິດ ຮອງຫົວໜ້າໜ່ວຍງານຄະນະໂຄສະນາອົບຮົມເມືອງ ອອກພັນການ-ຮັບອຸດໜູນບໍານານແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນໄປ; ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງເລຂາໜ່ວຍພັກຫ້ອງວ່າການເມືອງ ຄະນະປະຈຳພັກເມືອງໄຊຍະບູລີຕົກລົງບົ່ງຕົວແຕ່ງຕັ້ງສະຫາຍ ປອ ນາງ ກິດສະໜາ ຈັນທະຄູນ ເປັນເລຂາໜ່ວຍພັກຫ້ອງວ່າການເມືອງ, ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ຄະນະປະຈຳພັກເມືອງຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ນາງ ທອງແດງ ແສງອາລຸນ ເປັນຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ແຕ່ງຕັ້ງທ່ານ ນາງ ພູວົງ ມະນີວົງ ຮອງຫົວໜ້າໜ່ວຍງານບໍລິຫານ, ຈັດຕັ້ງ-ກວດກາ ຂື້ນເປັນຫົວໜ້າໜ່ວຍງານບໍລິຫານ, ຈັດຕັ້ງ-ກວດກາ, ແຕ່ງຕັ້ງທ່ານ ນາງ ວັນນິດາ ນ້ອຍຜາ ພະນັກງານວິຊາການ ຂື້ນເປັນຮອງຫົວໜ້າໜ່ວຍງານບໍລິຫານ, ຈັດຕັ້ງ-ກວດກາ ສະຫະພັນແມ່ຍິງເມືອງ; ແຕ່ງຕັ້ງທ່ານ ສິນໄຊ ອ່ອນພັນ ພະນັກງານວິຊາການ ຂື້ນເປັນຮອງຫົວໜ້າໜ່ວຍງານລ້ຽງສັດ ແລະ ການປະມົງຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງ; ແຕ່ງຕັ້ງທ່ານ ນາງ ລັດສະໝີ ຢ່າງ ພະນັກງານວິຊາການຂື້ນເປັນຮອງຫົວໜ້າໜ່ວຍງານພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ; ຈາກນັ້ນໃນພິທີ ທ່ານ ຈັນເພັງ ແສນຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງກໍ່ໄດ້ມອບຂໍ້ຕົກລົງໃຫ້ພະນັກງານອອກພັກການຮັບອຸດໜູນບຳນານ ແລະ ຍົກຍ້າຍ, ແຕ່ງຕັ້ງ; ມອບຂອງຂັວນ ແລະ ໃຫ້ກຽດໂອ້ລົມຕໍ່ພິທີຕື່ມອີກ.
ຂ່າວ-ພາບ: ສົມພົງ ສີສະຫັວດ.