

ໃນຕອນເຊົ້າຂອງວັນທີ 7 ສິງຫາ 2025 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊືມ, ແນະນໍາການ ຍຸບ,ໂຮມ ໂອນບາງວຽກງານຫ້ອງການ ແລະ ປະກາດການຈັດຕັ້ງ ປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີສະຫາຍ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ , ມີຄະນະຮັບຜິດຊອບການປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ຂັ້ນເມືອງ, ນາຍບ້ານ ແລະ ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ກໍໄດ້ຂື້ນກ່າວຕ້ອນຮັບ ແລະ ລາຍງານວຽກງານການກະກຽມຄວາມພ້ອມໃນການປັບປຸງກົງຈັກການຈັດຕັ້ງພາຍໃນເມືອງ ຈາກນັ້ນ ສະຫາຍ ເສີດ ແສງສຸລິນ ກໍາມະການພັກແຂວງ, ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນເຜີຍແຜ່ເຊື່ອມຊືມເອກະສານ ທິດທາງປັບປຸງກົງຈັກການຈັດຕັ້ງຢູ່ທ້ອງຖິ່ນເລກທີ 302/ຄຈສພ, ລົງວັນທີ 4 ກໍລະກົດ 2025, ສະຫາຍ ນາງ ວິລະພອນ ທອງພີມ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງໄຊຍະບູລີ ໄດ້ຂື້ນຜ່ານລັດຖະບັນຍັດ ສະບັບເລກທີ 002/ປປທ, ລົງວັນທີ 02 ມິຖຸນາ 2025 ວ່າດ້ວຍການການປັບປຸງມາດຕາ 34 ແລະ 38 ຂອງກົດ ໝາຍວ່າດ້ວຍການປະກັນສັງຄົມ; ມະຕິຂອງສະພາປະຊາຊົນແຂວງສະບັບເລກທີ 49/ສພຂ.ຊຍ, ລົງວັນທີ 30 ມິຖຸນາ 2025, ພ້ອມນີ້ໃນກອງປະຊຸມກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານ ຄະນະກໍາມະການປົກຄອງເມືອງໄຊຍະບູລີ, ເຈົ້າແຂວງ ໄຊຍະບູລີ ຕົກລົງ ແຕ່ງຕັ້ງ ທ່ານ ຈັນເພັງ ອູ່ທອງຄຳ ເປັນປະທານຄະນະກໍາມະການປົກຄອງເມືອງ, ແຕ່ງຕັ້ງ ທ່ານ ສົມຈິດ ເຮັງເຊັງຊົວ ແລະ ທ່ານ ດຣ ພັນ ພອນສະຫວັດ ເປັນຮອງປະທານຄະນະກໍາມະການປົກຄອງເມືອງໄຊຍະບູລີ ແຂວງ ໄຊຍະບູລີ, ຫຼັງຈາກນັ້ນກໍໄດ້ດໍາເນີນຊີວິດການເມືອງບັນດາຫ້ອງການທີ່ຈະຍຸບ, ໂຮມ ແລະ ມີຄວາມເປັນເອກະພາບກັນ ພ້ອມທັງໄດ້ຮັບຮອງບຸກຄະລາກອນ ແລະ ເຮັດບົດບັນທຶກຮ່ວມກັນລະຫວ່າງ ຄະນະຮັບຜິດຊອບຂັ້ນເມືອງ ແລະ ຂັ້ນແຂວງ, ໂອກາດດັ່ງກ່າວ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນການຊັບຊ້ອນ ແລະ ມອບວຽກງານໃຫ້ຖືກກັບບຸກຄະລາກອນຕາມຄວາມຮູ້ຄວາມສາມາດ, ຕາມທິດກະທັດຮັດ ເຮັດໃຫ້ມີຄຸນນະພາບ ເພື່ອຫັນເປັນມືອາຊີບເທື່ອລະກ້າວ, ຫັນເອົາພະນັກງານລົງສູ່ຮາກຖານ ແລະ ຕາແສງ, ເອົາໃຈໃສ່ເພີ່ມຄວາມສາມັກຄີເປັນເອກະພາບກັນໃຫ້ແໜ້ນແຟ້ນ ພ້ອມທັງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ໃຫ້ມີຜົນສໍາເລັດ.
ຂ່າວ-ພາບ: ສົມພົງ ສີສະຫັວດ.