ໃນຕອນເຊົ້າຂອງວັນທີ 06 ມີນາ 2025 ທີ່ຜ່ານມາເມືອງໄຊສະຖານໄດ້ຈັດພິທີປາຖະກະຖາ 02 ວັນປະຫັວດສາດຂອງພັກ, ຂອງຊາດ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ສະຫາຍ ພອນສະຫວັນ ວໍລະສັກ ວ່າການເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງ ມີບັນດາສະຫາຍກຳມະການປະຈຳພັກເມືອງ, ກຳມະການພັກເມືອງ,ສະມາ ຊິກສະພາປະຊາຊົນແຂວງປະຈຳເມືອງ, ພະນັກງານອາວຸໂສບຳນານ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ນາຍ ແລະ ພົນທະຫານ,ນາຍ ແລະ ພົນຕໍາຫຼວດ,ນາຍບ້ານ, ຂະແໜງການຂອງບ້ານດອຍກາວ ເຂົ້າຮ່ວມ ເຊິ່ງການປາຖະກະຖາ 02 ວັນປະຫັວດສາດຂອງພັກ,ຂອງຊາດມີຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ວັນແມ່ຍິງສາກົນ ຄົບຮອບ 115 ປີ ເຊິ່ງມີຜູ້ເຂົ້າຮ່ວມທັງໜົດ 139 ສະຫາຍ, ຍິງ 49 ສະຫາຍ ແລະ ພິທີປາຖະກະຖາ 02 ວັນປະຫັວດສາດ ສະຫາຍ ພອນສະຫວັນ ວໍລະສັກ ວ່າການເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງ ໄດ້ເຫຼົ່າຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ເຊິງສະຫາຍໄດ້ຍົກໃຫ້ເຫັນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫ່ຍຂອງການປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 70 ປີ ເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆໃນສັງຄົມໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດສາດ ແລະ ມູນເຊື້ອຂອງພັກເຮົາຂອງພັກເຂົ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຂອງຕົນໃຫ້ສຳເລັດຕາມຄາດໝາຍ ແລະ ເປັນການເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ຂອງພັກເຮົາເຂົ້າໃນການນຳພາ-ຊີ້ນຳຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຂອງພັກ, ເພື່ອເປັນການຜົນຂະຫຍາຍມູນເຊື້ອ ຫຼັງຈາກນັ້ນ ສະຫາຍ ສົມສະນິດ ວົງສີ ກຳມະການປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ ກໍ່ໄດ້ຂຶ້ນເຫຼົ່າຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 115 ປີ ເຊິ່ງພິທີປາຖະກະຖາ 02 ວັນປະຫວັດສາດໃນຄັ້ງນີ້ລ້ວນແລ້ວແຕ່ມີບັນຍາກາດຟົດຟື້ນທີ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນໃນການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫ່ຍແຕ່ລະຂັ້ນ ກໍ່ຄືແຈ້ງການຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 81/ຄອຂ, ລົງວັນທີ 28 ກຸມພາ 2025 ແລະ ແຈ້ງການຂອງສະຫະພັນແມ່ຍິງແຂວງ ສະບັບເລກທີ 170/ ສຍຂ, ລົງວັນທີ 27 ກຸມພາ 2025 ເພື່ອເປັນການຫວນຄືນ 02 ວັນທາງປະຫວັດສາດ ແຫ່ງການເຕີບໃຫ່ຍຂະຫຍາຍຕົວໃນຕະຫຼອດໄລຍະ 70 ປີ , 115 ປີ ແລະ ເພື່ອເປັນການແນ່ໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງ ເປັນການເພີ່ມທະວີຍົກສູງມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ຮັບຮູ້ເຂົ້າໃຈຜົນງານທີ່ພົ້່ນເດັ່ນຂອງແຕ່ລະຂະແໜງການ, ຂອງແຂວງຂອງເມືອງ ຕືມອີກ.
ຂຽນ ແລະ ຂ່າວພາບໂດຍ: ສະຫາຍ ສະຫວ່າງ ແສງທອງຄຳ