ເມືອງ ໄຊສະຖານ ແຂວງໄຊຍະບູລີ ຈັດພິທີປະກາດປະຖະກະຖາ 02 ວັນປະຫວັດສາດຂອງພັກ, ຂອງຊາດ

ໃນຕອນເຊົ້າຂອງວັນທີ 08 ເມສາ 2025 ເມືອງໄຊສະຖານໄດ້ຈັດພິທີປາຖະກະຖາ 02 ວັນປະຫັວດສາດຂອງພັກ, ຂອງຊາດ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ທ່ານ  ສົມສະນິດ ວົງສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານແນວລາວສ້າງຊາດເມືອງ ມີບັນດາສະຫາຍກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານອາວຸໂສບຳນານ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ນາຍ ແລະ ພົນທະຫານ,ນາຍ ແລະ ພົນຕໍາຫຼວດ,ນາຍບ້ານ, ຂະແໜງການຂອງບ້ານຕະຫຼອດຮອດສະມາຊິກຊາວໝຸ່ມອ້ອມຂ້າງເມືອງເຂົ້າຮ່ວມ ເຊິ່ງການປາຖະກະຖາ  02 ວັນປະຫັວດສາດຂອງພັກ,ຂອງຊາດມີຄື: ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 64 ປີ ແລະ ວັນສ້າງຕັ້ງຄະນະຊາວໝຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ  ເຊິ່ງມີຜູ້ເຂົ້າຮ່ວມທັງໜົດ 123 ສະຫາຍ, ຍິງ 23 ສະຫາຍ ແລະ ພິທີປາຖະກະຖາ 02 ວັນປະຫັວດສາດ ສະຫາຍ ສົມສະນິດ ວົງສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານແນວລາວສ້າງຊາດເມືອງ ໄດ້ເຫຼົ່າຫວນຄືນມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ, ວັນສ້າງຕັ້ງຄະນະຊາວໝຸ່ມ ປະຊາຊົນ ປະຕິວັດລາວ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫ່ຍຂອງການປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ນຳຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 64 ປີ  ແລະ ການຕໍ່ສູ້ກູ້ຊາດ, ການນຳພາ, ຜົນານອັນພົ້ນເດັ່ນໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 70 ປີ ເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ, ສະມາຊິກຊາວໝຸ່ມ  ແລະ ປະຊາຊົນຊັ້ນຄົນຕ່າງໆໃນສັງຄົມໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດສາດ ແລະ ມູນເຊື້ອຂອງກຳລັງ, ຂອງຊາວໝຸ່ມເຂົ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຂອງຕົນໃຫ້ສຳເລັດຕາມຄາດໝາຍ ແລະ ເປັນການເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ຂອງກຳລັງ ແລະ ຂອງຊາວໝຸ່ມເຮົາເຂົ້າໃນການນຳພາ-ຊີ້ນຳຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຂອງພັກ, ເພື່ອເປັນການຜົນຂະຫຍາຍມູນເຊື້ອ, ເຊິ່ງພິທີປາຖະກະຖາ 02 ວັນປະຫວັດສາດໃນຄັ້ງນີ້ລ້ວນແລ້ວແຕ່ມີບັນຍາກາດຟົດຟື້ນທີ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນໃນການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫ່ຍແຕ່ລະຂັ້ນ ກໍ່ຄືຄຳແນະນຳຂອງກອງບັນຊາການ ປກສ ແຂວງ ສະບັບເລກທີ 1906/ ປກສ,ຊຍ, ລົງວັນທີ 21 ມີນາ 2025  ແລະ ແຈ້ງການຂອງຄະນະຊາວໝຸ່ມປະຊາຊົນ ປະຕິວັດລາວ ແຂວງ ສະບັບເລກທີ 190/ ຄຊປປລ, ລົງວັນທີ 24 ມີນາ 2025 ເພື່ອເປັນການຫວນຄືນ 02 ວັນທາງປະຫວັດສາດ ແຫ່ງການເຕີບໃຫ່ຍຂະຫຍາຍຕົວໃນຕະຫຼອດໄລຍະ 64ປີ ແລະ 70 ປີ ແລະ ເພື່ອເປັນການແນ່ໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງ ເປັນການເພີ່ມທະວີຍົກສູງມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ຮັບຮູ້ເຂົ້າໃຈຜົນງານທີ່ພົ້່ນເດັ່ນຂອງແຕ່ລະຂະແໜງການ,ຂອງເມືອງ, ຂອງບ້ານ ຕືມອີກ.

 

ຂຽນ ແລະ ຂ່າວພາບໂດຍ: ສະຫາຍ ສະຫວ່າງ ແສງທອງຄຳ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa