

………………………
ໃນຕອບ່າຍຂອງວັນທີ 29 ມັງກອນ 2026 ນີ້ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວພົບປະໂອ້ລົມນາຍ ແລະ ພົນທະຫານກອງຮ້ອຍທະຫານຊາຍແດນ 160 ໂດຍເປັນກຽດຕ້ອນຮັບ ຂອງທ່ານ ພັທ ທອງສີ ແສນທອນ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 160ພ້ອມດ້ວຍຄະນະພັກຄະນະບັນຊາ ເປັນກຽດຕ້ອນຮັບໃນພິທີດັ່ງກ່າວ ທ່ານ ພັທ ທອງສີ ແສນທອນຫົວໜ້າການເມືອງ ໄດ້ລາຍງານການການຈັດຕັ້ງປະຕິບັດໜ້າທີ່ ວຽກງານຕິດຕາມກວດກາສະພາບລຽບຕາມຊາຍແດນຕໍ່ທ່ານ ເລຂາພັກແຂວງ ປະທານປ້ອງກັນຊາດ ປ້ອງກັນ ຄວາມສະຫງົບຂັ້ນແຂວງໃນໂອກາດທີ່ທ່ານ ເພັງນິລັນ ຄຳພັນເພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ໂອ້ລົມຕໍ່ຄະນະພັກຄະນະບັນຊານາຍ ແລະ ພົນທະຫານຊຶ່ງທ່ານຕີລາຄາສູງ ແລະ ຍ້ອງຍໍຊົມ ເຊີຍຕໍ່ການຈັ້ດຕັ້ງປະຕິບັດໜ້າທີ່ວຽກງານໃນຕະຫຼອດຕະຫຼອດໄລຍະຜ່ານມາ ແລະ ອວຍ ພອນໃຫ້ແກ່ນາຍ ແລະ ພົນທະຫານທຸກທົ່ວໜ້າທີ່ເຮັດໜ້າທີ່ເປັນກຳແພງອັນແໜ້ນແກ່ນຂອງຊາດໃນການປົກປັກຮັກສາເຂດນ້ຳແດນດິນທີ່ພັກ-ລັດ ແລະ ປະຊາຊົນກໍ່ຄືປະເທດຊາດມອບໝາຍໃຫ້ຢ່າງເຂັ້ມແຂງ ແລະ ໝັ້ນຄົງ ແລະ ມອບເງິນໃຫ້ກອງຮ້ອຍທະຫານຊາຍແດນ 160 ຈຳນວນ 20.000,000 ກີບເພື່ອເປັນທຶນສົມທົບໃນການກໍ່ສ້າງຫ້ອງການຫຼັງໃໝ່.ຈາກນັ້ນທ່ານຍັງໄດ້ລົງຊຸກຍູ້ການປູກພືດລະດູແລ້ງຂອງບໍລິສັດວຽງແກ້ວຕື່ມອີກ.
…………………………..
ຂ່າວ-ພາບ : ສາຍຄຳ ບຸນຍາວົງ
#News.XBL