ແກ່ນທ້າວ ເຜີຍແຜ່ກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງເທດ.

ແກ່ນທ້າວ ເຜີຍແຜ່ກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງເທດ.
………………………
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ ກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຂຶ້ນໃນວັນທີ 2 ກໍລະກົດ 2024 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ, ຜູ້ຊີ້ນໍາວຽກງານເສດຖະກິດ, ມີທ່ານ ສອນໄຊ ຮຸ່ງວິໄລ ຫົວໜ້າພະແນກເສດຖະກິດ-ເງິນຕາ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຫຼວງພະບາງ, ຄະນະຮັບຜິດຊອບຕິດຕາມ, ກວດກາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດຂັ້ນເມືອງ, ຄະນະທີມງານຈາກ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຫຼວງພະບາງ, ນັກທຸລະກິດ ແລະ ຫົວໜ່ວຍທຸລະກິດບໍລິການເຮືອນພັກ, ຮ້ານອາຫານ ຢູ່ພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ ໄດ້ກ່າວຕໍ່ກອງປະຊຸມໃນຄັ້ງນີ້ວ່າ: ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບການນຳໃຊ້ເງິນຕາຕ່າງປະເທດໃຫ້ຖືກຕ້ອງຕາມກົດໝາຍ ແລະ ສອດຄ່ອງກັບການເຄື່ອນໄຫວທຸລະກິດ ຕາມທີ່ກຳນົດໄວ້ໃນ ກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ແລະ ປືກສາຫາລືແລກປ່ຽນຄໍາຄິດເຫັນ ເພື່ອຍົກສູງຄວາມຮັບຜິດຊອບ, ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊືມກ່ຽວກັບການນໍາໃຊ້ເງິນຕາຕ່າງປະເທດໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ. ໂດຍສະເພາະແມ່ນ ການຊໍາລະ ແລະ ຮັບຊໍາລະຄ່າສິນຄ້າ ແລະ ບໍລິການ, ການໂຄສະນາລາຄາສິນຄ້າ ແລະ ບໍລິການ, ການໃຫ້ບໍລິການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ແລະ ອື່ນໆ. ເນື່ອງຈາກກົດໝາຍສະບັບດັ່ງກ່າວ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການເຄື່ອນໄຫວ, ຄຸ້ມຄອງ, ຕິດຕາມ, ກວດກາ ທຸລະກິດ ແລະ ທຸລະກໍາ ເງິນຕາຕ່າງປະເທດ ເພື່ອໃຫ້ມີປະສິດທິພາບ, ຖືກຕ້ອງ, ແນໃສ່ຍົກສູງຄຸນຄ່າ ແລະ ສະເຖຍລະພາບຂອງເງິນຕາແຫ່ງຊາດ, ສົ່ງເສີມການຈໍລະຈອນສິນຄ້າ-ເງິນຕາ ພາຍໃນປະເທດ, ເປີດກວ້າງການພົວພັນຮ່ວມມືເສດຖະກິດກັບຕ່າງປະເທດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.ຈາກນັ້ນ, ທ່ານ ສິງຄໍາ ຈັນທິຮັກ ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງແກ່ນທ້າວ ສະບັບເລກທີ 424, ລົງວັນທີ 20 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ອະນຸກໍາມະການຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ ຂັ້ນເມືອງ ແລະ ທີມງານຂອງ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຫຼວງພະບາງ ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ແລະ ເຜີຍແຜ່ຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 10, ລົງວັນທີ 14 ກໍລະກົດ 2023 ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ.
ທັງໝົດນັ້ນ, ແນໃສ່ເພື່ອຕິດຕາມ, ກວດກາການຈັດຕັ້ງປະຕິບັດ ແລະ ຊຸກຍູ້ສົ່ງເສີມວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນໍາໃຊ້ເງິນກີບໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
……………………..
ຂ່າວ: ສິດທິພອນ ທີແກ້ວ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa