ແຂວງໄຊຍະບູລີທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX (ຮອບທີ 1).

ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX (ຮອບທີ 1) ໄດ້ຈັດຂຶ້ນ ໃນວັນທີ 27 ສິງຫາ 2025 ນີ້ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ຄໍາສີ ແພງສະຫວັນ ຄະນະປະຈຳພັກ ແຂວງ, ປະທານແນວລາວສ້າງຊາດແຂວງ, ມີຄະນະປະທານສະຫະພັນກຳມະບານແຂວງ ແລະ ເມືອງ, ຄະນະບໍລິຫານງານ ປະທານກຳມະບານຮາກຖານອ້ອມຂ້າງແຂວງ ແລະ ຄະນະຮັບຜິດຊອບການທາບທາມເຂົ້າຮ່ວມ.

ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ, ຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານກຳມະ ບານ 5 ປີ ຄັ້ງທີ IV ຂອງສະຫະພັນກຳມະບານລາວ (2021-2025) ແລະ ທິດທາງແຜນພັດທະນາ ວຽກງານກຳມະບານ 5 ປີ ຄັ້ງທີ V ຂອງສະຫະພັນກຳມະບານລາວ (2026-2030), ຮ່າງກົດລະບຽບ ແລະ ປັບປຸງບົດແນະນໍາຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານລາວ ພ້ອມທັງປະກອບຄໍາຄິດຄໍາເຫັນຕໍ່ຮ່າງເອກະສານດັ່ງກ່າວ ເພື່ອຄວາມເປັນເອກະພາບກັນ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ ແລະ ສອດຄ່ອງກັບຕົວຈິງ; ຈາກນັ້ນກໍ່ໄດ້ຮັບຟັງການຜ່ານມາດຖານເງື່ອນໄຂຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ແນະນໍາການທາບທາມ ແລະ ດໍາເນີນການທາບທາມບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX. ທັງນີ້ ກໍ່ເພື່ອກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນກໍາມະບານລາວທົ່ວປະເທດ ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ສຳເລັດຕາມແຜນທີ່ວາງໄວ້.

ຂ່າວ: ມະໄລວັນ ໄຊດວງຕາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa