ແຂວງໄຊຍະບູລີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 115 ປີ
…………………………..
ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ (ວັນທີ 8 ມີນາ 1910-8 ມີນາ 2025 ) ພາຍໃຕ້ຄໍາຂວັນ ” ສິດທິ, ຄວາມສະເໜີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ໃນຕອນເຊົ້າວັນທີ 7 ມີນາ 2025 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໄດ້ຈັດພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 115 ປີ ໂດຍເປັນກຽດເຂົ້າຮ່ວມປາຖະກະຖາໃນຄັ້ງນີ້ຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ມີບັນດາປະທານ, ຮອງປະທານຮາກຖານ, ແຂກທີ່ຖືກເຊີນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງອ້ອມຂ້າງແຂວງເຂົ້າຮ່ວມໃນພິທີອັນມີຄວາມໝາຍຄວາມສໍາຄັນນີ້ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄດ້ປາຖະກະຖາປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ 8 ມີນາ, ຊຶ່ງໄດ້ຍົກໃຫ້ເຫັນຫຼາຍດ້ານເປັນເຫດການ ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນສໍາຄັນໃນທ່າມກາງສະພາບເສດຖະກິດ ພວກສັກດີນາ ແລະ ນາຍທຶນ ຂະຫຍາຍຕົວ, ໂຮງຈັກ, ໂຮງງານອຸດສາຫະກຳຂອງນາຍທຶນຂະຫຍາຍຕົວ ໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊໍ້າພັດຍິ່ງເພີ່ມຄວາມທຸກຍາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນ ກຳມະກອນຍິງຢູ່ພາຍໃຕ້ລະບອບສັກດີນາ, ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບົບຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນ ແມ່ຍິງຍັງຖືກດູໝິ່ນປະໝາດ, ຖືເປັນສິນຄ້າ, ເປັນເຄື່ອງຫຼີ້ນ, ຖືກທຸບຕີ, ຖືກຂົ່ມຂືນທຳສຳເລົາ ແລະ ຖືກໄລ່ອອກຈາກວຽກໃນເວລາຖືພາ, ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນປົວ. ຕໍ່ກັບສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນ, ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ທວງໃຫ້ພວກນາຍທຶນ, ເຈົ້າຂອງໂຮງຈັກ, ໂຮງງານ ແກ້ໄຂຊີວິດການເປັນຢູ່ເຂົາເຈົ້າ ຊຶ່ງເປັນພື້ນຖານຂອງຂະບວນການແມ່ຍິງສາກົນ, ໃນການຕໍ່ສູ້ທວງເອົາສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ແລະ ແມ່ນບາດລ້ຽວ ທາງດ້ານປະຫວັດສາດທີ່ສຳຄັນອັນໃຫຍ່ຫຼວງ ກ້າວສູ່ການປະຕິບັດສິດສະເໝີພາບຍິງ-ຊາຍ, ນັບແຕ່ນັ້ນມາ ເມື່ອຮອດວັນທີ 8 ມີນາ ແຕ່ລະປີ ຈຶ່ງໄດ້ຮັບການສະເຫຼີມສະຫຼອງ ຢູ່ໃນຫຼາຍປະເທດທົ່ວໂລກ. ການປາຖະກະຖາຄັ້ງນີ້, ເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ເນື້ອໃນການກົດຂີຂຸດຮີດຂອງພວກສັກດີນາ ແລະ ນາຍທືນຈົນຍາດເອົາໄຊຊະນະ ແລະ ສິດສະເໝີພາບຍີງ-ຊາຍຈົນເຖີງປັດຈຸບັນ.ພ້ອມດຽວກັນນີ້ ຍັງໄດ້ສ້າງກິດຈະກໍາບໍລິຈາກເລືອດຊ່ວຍເຫຼືອສັງຄົມຕື່ມອີກ.
…………………
ຂ່າວ+ພາບ: ຄໍາໝັ້ນ