ແຂວງໄຊຍະບູລີປາຖະກະຖາສະເຫຼີມສະຫຼອງວັນສາທາລະນະສຸກ ຄົບຮອບ 60 ປີ (18 ມິຖຸນາ 1965-18 ມິຖຸນາ 2025) ແລະ ວັນຜູ້ບໍລິຈາກເລືອດໂລກ ຄົບຮອບ 21 ປີ (14 ມິຖຸນາ 2004-14 ມິຖຸນາ 2025).

ໃນຕອນເຊົ້າວັນທີ 17 ມິຖຸນາ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສາທາລະນະສຸກ ຄົບຮອບ 60 ປີ (18 ມິຖຸນາ 1965-18 ມິຖຸນາ 2025) ແລະ ວັນຜູ້ບໍລິຈາກເລືອດໂລກ ຄົບຮອບ 21 ປີ (14 ມິຖຸນາ 2004-14 ມິຖຸນາ 2025) ຂຶ້ນ ເປັນກຽດເຂົ້າຮ່ວມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມ, ມີບັນດາທ່ານກໍາມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ເຈົ້າເມືອງ,ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງໄຊຍະບູລີ, ອໍານວຍການໂຮງໝໍແຂວງ, ພະນັກງານອາວຸໂສບໍານານ, ພະນັກງານແພດໝໍອ້ອມຂ້າງແຂວງ, ເມືອງ, ພ້ອມດ້ວຍນາຍບ້ານເທດສະບານເຂົ້າຮ່ວມ.

ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິນລະປະວັນນະຄະດີຈໍານວນ 3 ລາຍການ. ຈາກນັ້ນ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມ ໄດ້ຂຶ້ນປາຖະກະຖາສະເຫຼີມສະຫຼອງວັນສາທາລະນະສຸກ ຄົບຮອບ 60 ປີ (18 ມິຖຸນາ 1965-18 ມິຖຸນາ 2025) ແລະ ວັນຜູ້ບໍລິຈາກເລືອດໂລກ ຄົບຮອບ 21 ປີ (14 ມິຖຸນາ 2004-14 ມິຖຸນາ 2025) ຊຶ່ງທ່ານໄດ້ຍົກໃຫ້ເຫັນວັນສາທາລະນະສຸກ ໄດ້ກຳເນີດຂື້ນ ຜ່ານຂະບວນວິວັດແຫ່ງການເຕີບໃຫຍ່ຂອງການແພດ ໃນແຕ່ລະສະໄໝມາແຕ່ດຶກດຳບັນ ແລະ ຕິດພັນກັບການຕໍ່ສູ້ກູ້ຊາດແຕ່ລະໄລຍະ. ໃນປີ 1963 ສະໜາມຮົບຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂື້ນແບບໃໝ່ ໄດ້ເປີດກວ້າງອອກທົ່ວປະເທດ ເຂດປົດປ່ອຍກໍ່ນັບມື້ນັບຂະຫຍາຍຕົວ ແພດໝໍໃນໄລຍະນັ້ນ ແມ່ນນອນໃນການຈັດຕັ້ງຂອງເສນາຮັກ ແລະ ໄດ້ເຮັດໜ້າທີ່ຂອງຕົນ ໃນການຮັກສາ ແລະ ປິ່ນປົວພະຍາດ ໃຫ້ແກ່ພະນັກງານນັກຮົບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ. ເມື່ອສູນກາງພັກມີນະໂຍບາຍ ສ້າງເຂດປົດປ່ອຍ ໃຫ້ເປັນລັດຫນື່ງ ໃນວັນທີ 18 ມິຖຸນາ 1965 ໄດ້ຕົກລົງແຍກຂະແໜງສາທາລະນະສຸກອອກເປັນ 2 ການຈັດຕັ້ງຄື: ເສນາຮັກ ເພື່ອຮັບໃຊ້ກອງທັບ ແລະ ສາທາລະນະສຸກສູນກາງ ເພື່ອຮັບໃຊ້ພົນລະເຮືອນ. ມາຮອດປະຈຸບັນຕາໜ່າງສາທາລະນະສຸກ ໄດ້ຮັບການປັບປຸງດີຂື້ນ ມີໂຮງໝໍແຂວງ 01 ແຫ່ງ, ໂຮງໝໍເມືອງ 10 ແຫ່ງ, ໂຮງໝໍເມືອງທີ່ຜ້າຕັດໄດ້ ມີ 4 ແຫ່ງ, ສຸກສາລາ 76 ແຫ່ງ; ຫ້ອງກວດພະຍາດເອກະຊົນ 99 ແຫ່ງ, ມີບ້ານສາທາລະນະສຸກແບບຢ່າງທັງໝົດ 430 ບ້ານ ເທົ່າກັບ 100% ຂອງຈໍານວນບ້ານທັງໝົດ. ໃຫ້ບໍລິການຄົນເຈັບກວດເຂດນອກທັງໝົດ 265,745 ເທື່ອຄົນ, ໄດ້ປິ່ນປົວຄົນເຈັບມານອນໂຮງໝໍ 31,178 ເທື່ອຄົນ, ຜ່າຕັດໃຫ່ຍ 3,017 ເທື່ອຄົນ, ຜ່າຕັດແກ່ນຕາຂຸ້ນ 712 ເທື່ອຄົນ, ຟອກໝາກໄຂ່ຫຼັງ 2,802 ເທື່ອຄົນ. ທ່ານຍັງໄດ້ເລົ່າວັນຜູ້ບໍລິຈາກເລືອດໂລກ ເລືອດແມ່ນສິ່ງທີ່ມີຄວາມສໍາຄັນຕໍ່ຊີວິດ, ບໍ່ສາມາດເອົາສານອື່ນມາທົດແທນໄດ້ ມີແຕ່ເລືອດຂອງມະນຸດເຮົາເທົ່ານັ້ນທີ່ຈະບໍລິຈາກຊ່ວຍຊີວິດເພື່ອນມະນຸດດ້ວຍກັນ, ມາຮອດປະຈຸບັນຍັງບໍ່ມີໂຮງງານຫລືວິທີການອັນໃດທີ່ຈະຜະລິດເລືອດໄດ້ເທື່ອ, ສະນັ້ນ ການໃຫ້ເລືອດແມ່ນເປັນການໃຫ້ຊີວິດ, ໂດຍສະເພາະແມ່ນການຊ່ວຍຊີວິດແກ່ແມ່ຍິງທີ່ມີພາວະເລືອດໄຫຼທີ່ກ່ຽວຂ້ອງກັບການຖືພາ ແລະ ການເກີດລູກ, ເຊັ່ນດຽວກັນກັບເດັກນ້ອຍທີ່ທຸກທໍລະມານຈາກພະຍາດເລືອດຈາງຮ້າຍແຮງຍ້ອນພະຍາດໄຂ້ຍຸງ, ພະຍາດຂາດເລືອດທີ່ຜິດປົກກະຕິມາແຕ່ກຳເນີດ ແລະ ພະຍາດອື່ນໆ. ໃນບັນດາປະເທດທີ່ກຳລັງພັດທະນາ, ແມ່ຍິງໃນໄວຈະເລີນພັນ ແລະ ເດັກນ້ອຍຕ່ຳກວ່າ 5 ປີ ແມ່ນກຸ່ມຄົນເຈັບສ່ວນໃຫຍ່ທີ່ຕ້ອງການໃສ່ເລືອດເປັນປະຈຳ. ການໃຫ້ເລືອດແມ່ນມີຄວາມສໍາຄັນໂດຍສະເພາະແມ່ນສໍາລັບບຸກຄົນທີ່ຕ້ອງການ-ການປິ່ນປົວດ້ວຍການໃສ່ເລືອດໃນຕະຫຼອດຊີວິດເຊັ່ນ: ຜູ້ທີ່ມີພະຍາດມະເຮັງ, ພະຍາດທາລາເຊເມຍ, ພະຍາດເຮໂມຟີເລຍ, ຄວາມຜິດປົກກະຕິຂອງພູມຕ້ານທານ. ນອກນັ້ນການຕອບສະຫນອງເລືອດ ຍັງມີບົດບາດສຳຄັນໃນການຮັບມືກັບເຫດການສຸກເສີນ, ຊ່ວຍປິ່ນປົວຜູ້ບາດເຈັບຈາກໄພທຳມະຊາດ, ອຸປະຕິເຫດ ແລະ ໄພພິບັດທີ່ມະນຸດສ້າງຂື້ນ. ພ້ອມດຽວກັນນີ້ ຕາງໜ້າຜູ້ບໍລິຈາກເລືອດດີເດັ່ນ-ຕໍ່ເນື່ອງຂຶ້ນກ່າວຄວາມຮູ້ສຶກໃນການປະກອບສ່ວນບໍລິຈາກເລືອດເພື່ອຊ່ວຍຊີວິດເພື່ອມະນຸດ, ຕາງໜ້າຄົນເຈັບຜູ້ຮັບເລືອດກ່າວຂອບໃຈຕໍ່ຜູ້ທີ່ໄດ້ບໍລິຈາກເລືອດເພື່ອຊ່ວຍຊີວິດເພື່ອນມະນຸດ. ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ກົມກອງບໍລິຈາກເລືອດ 20 ຖົງຕໍ່ປີ, ຜູ້ບໍລິຈາກເລືອດຕໍ່ເນື່ອງ ແລະ ກົມກອງປຸກລະດົມບໍລິຈາກເລືອດ, ມອບໃບສົມມະນາບຸນຄຸນໃຫ້ບັນດາພາກສ່ວນຕ່າງໆທີ່ສະໜັບສະໜູນອົງການກາແດງ ເປັນກຽດມອບໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມ, ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ ໄດ້ຜັດປ່ຽນກັນຂຶ້ນມອບ.

ໂອກາດນີ້ຜູ້ເຂົ້າຮ່ວມໄດ້ສະໜັກໃຈບໍລິຈາກເລືອດເພື່ອຊ່ວຍເຫຼືອມະນຸດ ແລະ ພິທີຍັງໄດ້ມອບຢາວິຕາມິນ, ຢາສີແຂ້ວ,ແວ່ນຕາ ຕື່ມອີກ.

ຂ່າວ+ພາບ: ຄໍາໝັ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa