ສະຫາຍ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ລາຍງານຕໍ່ກັບກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 14 ສະໄໜທີ VII ວ່າ: ໂດຍປະຕິບັດຕາມແຈ້ງການຂອງລັດຖະມົນຕີກະຊວງພາຍໃນ ສະບັບເລກທີ 08/ພນ, ລົງວັນທີ 21 ມັງກອນ 2025 ແຂວງໄຊຍະບູລີ ແມ່ນກຳນົດເອົາ 47 ຕາແສງຄື: ເມືອງ ໄຊຍະບູລີ ມີ 5 ຕາແສງຄື: ຕາແສງ ທ່ານາ ມີ 24 ບ້ານ,ຕາແສງ ນາຕາກ ມີ 14 ບ້ານ,ຕາແສງ ຫ້ວຍສະແງມ 7 ບ້ານ,ຕາແສງ ນາຫຼາ 15 ບ້ານ, ຕາແສງ ນາລວມ-ນໍ້າຕວນ ມີ 18 ບ້ານ,ເມືອງ ຄອບ ມີ 4 ຕາແສງຄື: ຕາແສງ ປາກຄອບມີ 8 ບ້ານ,ຕາແສງ ມ່ວງ-ດອນມູນ ມີ 7 ບ້ານ,ຕາແສງ ນໍ້າພ້າວ ມີ 7 ບ້ານ,ຕາແສງ ດອນຕັນ ມີ 6 ບ້ານ,ເມືອງ ຊຽງຮ່ອນ ມີ 5 ຕາແສງຄື: ຕາມແສງ ທົ່ງກາບ ມີ 9 ບ້ານ, ຕາແສງ ລາວສະໂນ ມີ 7 ບ້ານ,ຕາແສງ ມົກສະຕຸ ມີ 6 ບ້ານ,ຕາແສງ ປາກເປັດ 8 ບ້ານ,ເມືອງ ເງິນ ມີ 4 ຕາແສງຄື: ຕາແສງ ເມືອງເງິນ ມີ 6 ບ້ານ,ຕາແສງ ສົມສະຫວາດມີ 5 ບ້ານ,ຕາແສງ ສິນໄຊ ມີ 4 ບ້ານ,ຕາແສງ ສາມມັກຄີໄຊ ມີ 7 ບ້ານ,ເມືອງ ຫົງສາ ມີ 5 ຕາແສງຄື: ຕາແສງ ຫົງສາ ມີ 7 ບ້ານ,ຕາແສງ ເມືອງຫານ ມີ 6 ບ້ານ,ຕາແສງຄົກແອກ ມີ 10 ບ້ານ,ຕາແສງນາປຸ່ງ ມີ 5 ບ້ານ,ຕາແສງ ທ່າຊວງ ມີ 7 ບ້ານ. ເມືອງ ໄຊສະຖານ ມີ 3 ຕາແສງຄື: ຕາແສງ ສະແມດ ມີ 6 ບ້ານ,ຕາແສງ ພູເລີ່ນ ມີ 7 ບ້ານ,ຕາແສງ ບ້ານກໍ່ ມີ 8 ບ້ານ, ເມືອງ ພຽງ ມີ 5 ຕາແສງຄື: ຕາແສງ ກີ່ວແຄ່ມ ມີ 5 ບ້ານ, ຕາແສງ ເມືອງພຽງ ມີ 12 ບ້ານ,ຕາແສງ ນາຊິງ ມີ 12 ບ້ານ,ຕາແສງ ນໍ້າປຸຍ ມີ 10 ບ້ານ,ຕາແສງໂພນສະອາດ ມີ 12 ບ້ານ. ເມືອງ ປາກລາຍມີ 5 ຕາແສງຄື :ຕາແສງ ບວມເລົາ-ຜາແກ້ວ ມີ 10 ບ້ານ,ຕາແສງ ສຸວັນນະພູມ ມີ 18 ບ້ານ,ຕາແສງ ບົວບານ ມີ 11 ບ້ານ,ຕາແສງ ເມືອງປາ ມີ 9 ບ້ານ,ຕາແສງ ເທດສະບານ ມີ 21 ບ້ານ, ເມືອງ ແກ່ນທ້າວ ມີ 5 ຕາແສງຄື: ຕາແສງ ຈອມແກ້ວ ມີ 9 ບ້ານ,ຕາແສງ ນາຫີນ ມີ 8 ບ້ານ,ຕາແສງ ຫ້ວຍເລິກ-ວັງປາ ມີ 6 ບ້ານ,ຕາແສງ ບ້ານໜອງ-ປາກແຄມ ມີ 13 ບ້ານ,ຕາແສງ ດອນເມນ-ເວີນຄໍາມີ 11 ບ້ານ,ເມືອງ ບໍ່ແຕນ ມີ 4 ຕາແສງຄື: ຕາແສງ ບ້ານໃຫຍ່ດອນເກືອ ມີ 6 ບ້ານ,ຕາແສງ ນໍ້າພຸ ມີ 6 ບ້ານ,ຕາແສງ ນາບໍ່ນ້ອຍ ມີ 7 ບ້ານ,ຕາແສງ ນາກອກ ມີ 7 ບ້ານ,ເມືອງ ທົ່ງມີໄຊມີ 2 ຕາແສງຄື: ຕາແສງບ້ານແດດ ມີ 6 ບ້ານ,ຕາແສງບ້ານໃຫຍ່. ການປັບປຸງກົງຈັກການຈັດຕັ້ງ ການຍຸບໂຮມບາງຂະແໜງການຂັ້ນແຂວງ,ເມືອງ ເປົ້າໝາຍໂຮມກົງຈັກການຈັດຕັ້ງຄື: ໂຮມພະແນກ, ຫ້ອງການ ແຜນການ ແລະ ການລົງທຶນ ເຂົ້າກັບ ພະແນກ, ຫ້ອງການການເງິນ ເອີ້ນຊື່ວ່າ ພະແນກການເງິນແຂວງ, ຫ້ອງການການເງິນເມືອງ; ໂຮມ ພະແນກ, ຫ້ອງການພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ພະແນກ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເປັນ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ; ໂຮມ ພະແນກ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ພະແນກ, ຫ້ອງການກະສິກຳ ແລະ ປ່າໄມ້ ເປັນ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ, ຫ້ອງການກະສິກຳ ແລະ ສິງແວດລ້ອມເມືອງ; ໂຮມ ພະແນກ, ຫ້ອງການ ພາຍໃນ ພ້ອມທັງຍົກຍ້າຍບຸກຄະລາກອນ ທີ່ສອດຄອງກັບພາລະບົດບາດໄປຂື້ນກັບຄະນະຈັດຕັ້ງແຂວງ, ຄະນະຈັດຕັ້ງເມືອງ, ຫ້ອງວ່າການແຂວງ, ຫ້ອງວ່າການເມືອງ ແລະ ພະແນກການອື່ນ, ຫ້ອງການອື່ນທີ່ເຫັນວ່າກ່ຽວຂ້ອງ; ໂອນວຽກງານຖະແຫຼງຂ່າວ ພ້ອມດ້ວຍບຸກຄະລາກອນທັງໝົດໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ແລະ ເມືອງ.
ຂ່າວ+ພາບ: ຄໍາໝັ້ນ.