ແຂວງໄຊຍະບູລີ ຈັດກອງປະຊຸມຄະນະສະເພາະກິດ 19/ກມສພ.

ກອງປະຊຸມຄະນະສະເພາະກິດ 19/ກມສພ.
………………………..
ໃນວັນທີ 8 ກໍລະກົດ 2024 ນີ້ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ ໄດ້ຈັດກອງປະຊຸມລາຍງານສະພາບການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ຂອງຄະນະສະເພາະກິດ 19/ກມສພ ໃນໄລຍະຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2024 ກ່ຽວກັບການຄຸ້ມຄອງລາຄາສິນຄ້າອັດຕາແລກປ່ຽນ ແລະ ເງິນເຟີ້, ການແກ້ໄຂໜີ້ສິນການລົງທຶນຂອງລັດ, ການຊຸກຍູ້ການລົງທຶນຜະລິດກະສິກໍາເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງແຂວງໄຊຍະບູລີ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາຄະນະຊີ້ນໍາແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາເຫຼັກ ແກ້ວວິໄລພອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ຮອງຫົວໜ້າຄະນະຊີ້ນໍາແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ 2024 ເຊິ່ງທ່ານໄດ້ກ່າວວ່າ: ຕະຫລອດໄລຍະ 6 ເດືອນຕົ້ນປີ 2024 ສະພາບການຂອງໂລກ ແລະພາກພື້ນ ມີຫລາຍດ້ານ ມີການຜັນແປໄປຢ່າງສັບສົນ ຫລາຍຂົງເຂດມີຂໍ້ຂັດແຍ່ງດ້ານການຄ້າ, ການທະຫານ ອັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາທາງດ້ານເສດຖະກິດ, ທ່າອ່ຽງລາຄານ້ຳມັນສູງຂຶ້ນ, ຫລາຍສະກຸນເງີນມີທ່າອ່ຽງອ່ອນຄ່າ; ຊຶ່ງທັງໝົດນັ້ນ, ໄດ້ສົ່ງຜົນໂດຍກົງຕໍ່ກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ຂອງ ສປປ ລາວ ກໍ່ຄືຂອງແຂວງໄຊຍະບູລີ ພວກເຮົາ. ວຽກງານຄຸ້ມຄອງລາຄາສີນຄ້າ, ອັດຕາແລກປ່ຽນ ແລະເງິນເຟີ້ ເຊິ່ງວຽກດັ່ງກ່າວ ແມ່ນຄວາມຮັບຜິດຊອບໂດຍກົງຂອງ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ທີ່ໄດ້ມີຄວາມພະຍາຍາມສູມໃສ່ຢ່າງຕັ້ງໜ້າ ໃນການຄຸ້ມຄອງລາຄາ ໃນແຕ່ລະໜວດ; ໄປພ້ອມກັບການສ້ຊົນຄຸ້ມຄອງລາຄານ້ຳມັນ ແລະ ເຮັດການສະໜອງນໍ້າມັນຢູ່ພາຍໃນແຂວງ ໃຫ້ມີຈໍາໜ່າຍເປັນປົກກະຕິ; ໄດ້ມີການຊີ້ນໍາໃຫ້ບັນດາກຸ່ມການຜະລິດ ແລະ ກຸ່ມການບໍລິການໃຫ້ມີການກໍານົດໂຄງສ້າງລາຄາສີນຄ້າ ແລະ ເຮັດການດຸນດ່ຽງ ໂດຍສະເພາະແມ່ນສີນຄ້າກະທົບໄວ ເຊັ່ນ: ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ສີ່ງສໍາຄັນແມ່ນໄດ້ອອກເປັນແຈ້ງການຂອງທ່ານເຈົ້າແຂວງ ສະບັບເລກທີ 141 ຕໍ່ກັບການຈໍາກັດການນໍາເຂົ້າສີນຄ້າທີ່ພາຍໃນສາມາດຜະລິດ ແລະ ສະໜອງພຽງພໍ ປະກອບມີ 137 ລາຍການໃນ 7 ໝວດ; ສໍາລັບການຄຸ້ມຄອງເງິນເຟີ້ ແລະ ອັດຕາແລກປ່ຽນ ພວກເຮົາໄດ້ສູມໃສ່ຄຸ້ມຄອງ ແລະ ຍົກເລີກ ຮ້ານແລກປ່ຽນ ທີ່ໄດ້ອອກອະນຸຍາດຜ່ານມາ ໃນຈໍານວນ 16 ຮ້ານ ໃຫ້ຢຸດຕິການເຄື່ອນໄຫວ ໄປພ້ອມກັບການລົງຊຸກຍູ້ບັນດາບໍລິສັດທີ່ເຄື່ອນໄຫວໃນກິດຈະການການຄ້າ, ການນໍາເຂົ້າສົ່ງອອກ ໃຫ້ລົງທະບຽນ, ມາຮອດປະຈຸບັນມີ 94 ບໍລິສັດ ໄດ້ລົງທະບຽນສໍາເລັດ ແລະ ຈັດຕັ້ງປະຕິບັດທຸລະກໍາທາງດ້ານການເງິນຊໍາລະສະສາງສີນຄ້າລະຫວ່າງປະເທດ ຜ່ານລະບົບທະນາຄານ ກວມເອົາ 87% ຂອງບໍລິສັດທັງໝົດຢູ່ພາຍໃນແຂວງ. ວຽກງານແກ້ໄຂໜີ້ສີນການລົງທຶນຂອງລັດ ປະຈຸບັນແຂວງໄຊຍະບູລີ ມີການລົງທຶນຂອງລັດທັງໝົດ 378 ໂຄງການ ມູນຄ່າ 58,46 ຕື້ກີບ ໃນນີ້: ໂຄງການໜີ້ສີນ 229 ໂຄງການ ມູນຄ່າ 26,98 ຕື້ກີບ ກວມ 46,1%; ໂຄງການສືບຕໍ່ 135 ໂຄງການ ມູນຄ່າ27,28 ຕື້ກີບ ກວມ 46,6% ແລະ ໂຄງການສະເໜີໃໝ່ 14 ໂຄງການ ມູນຄ່າ 29,28 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດດ້ານງົບປະມານມາຮອດປະຈຸບັນໄດ້ທັງໝົດ 40,85 ຕື້ກີບ ເທົ່າກັບ 67,70%. ວຽກງານການຍູ້ແຮງການດຶງດູດການລົງທຶນ ເພື່ອຍູ້ແຮງການຜະລິດຕິດພັນກັບການປຸງແຕ່ງ, ການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ທົດແທນການນໍາເຂົ້າ – ສົ່ງອອກ ໃນ 6 ເດືອນຕົ້ນປີ 2024 ຜ່ານມາ ອົງການປົກຄອງແຂວງ ໄຊຍະບູລີຂອງພວກເຮົາ ໄດ້ມີກົນໄກຊຸກຍູ້ ການລົງທຶນຂອງພາກເອກະຊົນ ພາຍໃນ ແລະຕ່າງປະເທດໃນການສົ່ງເສີມການປູກພືດເປັນສິນຄ້າເພື່ອສົ່ງອອກໄປຕ່າງປະເທດ; ໄດ້ສົ່ງເສີມການລົງທຶນ ປູກໝາກຖົ່ວເຫຼືອງຝັກສົດທັງໝົດ ມີ 6 ບໍລິສັດ ປະຕິບັດໄດ້ 1.577,49 ເຮັກຕາ, ຜົນຜະລິດ 10.889,53 ໂຕນ, ສົ່ງເສີມການປູກໝາກໂມມີທັງໝົດ 11 ບໍລິສັດ: ປະຕິບັດໄດ້ 1.888,03 ເຮັກຕາ, ຜົນຜະລິດ 68.761,15 ໂຕນ, ສົ່ງເສີມການປູກເຂົ້າເປັນສິນຄ້າມີທັງໝົດ 3 ບໍລິສັດ: ປະຕິບັດໄດ້ 284,64 ເຮັກຕາ, ຜົນຜະລິດ 1.312 ໂຕນ, ສົ່ງເສີມການປູກໝາກແຕງຢີ່ປຸ່ນເປັນສິນຄ້າ: ມີ 01 ບໍລິສັດ (ບໍລິສັດ ອີຈັນຟູດ) ປະຕິບັດຢູ່ ເມືອງ ແກ່ນທ້າວ ໃນເນື້ອທີ່ 0,96 ເຮັກຕາ, ຜົນຜະລິດ 28,80 ໂຕນ. ການຄຸ້ມຄອງການສົ່ງອອກຜົນຜະລິດ ທີ່ພາຍໃນໄດ້ຊຸກຍູ້ສົ່ງເສີມນັກລົງທຶນພາຍໃນ ແລະຕ່າງປະເທດດຳເນີນການຜະລິດເພື່ອສົ່ງອອກຢູ່ບັນດາເມືອງ ທີ່ສາມາດນຳເອົາເງີນຕາຕ່າງປະເທດເຂົ້າມາແຂວງ ໄຊຍະບູລີ ປະກອບມີ 22 ລາຍການ, ມີຈຳນວນ 619.592,57ໂຕນ. ການການຄຸ້ມຄອງນໍາເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມທີ່ຕິດພັນກັບການສົ່ງເສີມການລົງທຶນພາກເອກະຊົນ ພາຍໃນ ແລະຕ່າງປະເທດ ທີ່ເຂົ້າມາສົ່ງເສີມການລົງທຶນ ເພື່ອຊົມໃຊ້ພາຍໃນ ແລະສົ່ງອອກເປັນສິນຄ້າ ນຳເງີນຕາອອກຈາກແຂວງ ໄຊຍະບລີ ລະອຽດຄື: ການນຳເຂົ້າພືດ-ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ປະກອບມີ 10 ລາຍການ, ມີມູນຄ່າ 571.505 ໂດລາ. ການຄຸ້ມຄອງສິນຄ້າສົ່ງອອກໄປຕ່າງແຂວງທີ່ຜ່ານການດຸ່ນດ່ຽງພວກເຮົາສາມາດຜະລິດກຸ້ມກິນພາຍໃນ ແລະສົ່ງອອກໄປຂາຍໃຫ້ຕ່າງແຂວງ: ການຄຸ້ມຄອງພືດ, ຜະລິດຕະພັນພືດ ທີສົ່ງອອກໄປຕ່າງແຂວງ ປະກອບມີ 15 ລາຍການ, ຈຳນວນ 22.237,42ໂຕນ. ຈາກນັ້ນ ປະທານກອງປະຊຸມ ໄດ້ມີຄໍາເຫັນເຈາະຈິ້ມ ແລະ ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນກົງໄປກົງມາຢ່າງພາວະວິໄສ ເພື່ອພ້ອມກັນແກ້ຈຸດບົກຜ່ອງທີ່ຍັງຄ້າງຄາຈໍານວນໜຶ່ງ ແລະ ສືບຕໍ່ສົ່ງເສີມຜັນຂະຫຍາຍດ້ານທີ່ຕັ້ງໜ້າ ເພື່ອຮັບປະກັນເຮັດໃຫ້ວຽກງານ 6 ເດືອນທ້າຍປີ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.
…………………….
ພາບ+ຂ່າວ: ສິທິພອນ ທີແກ້ວ
#News.XBL

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa