ແຂວງໄຊຍະບູລີ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 14 ສະໄໝທີ VII.

ໃນຕອນເຊົ້າວັນທີ 10 ມິຖຸນາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 14 ສະໄໝທີ VII ພາຍໃຕ້ການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາທ່ານກໍາມະການປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ,ກໍາມະການພັກແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ 11 ເມືອງ,ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ອົງການ, ລັດວິສາຫະກິດອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມ ຊຶ່ງສະຫາຍໄດ້ກ່າວວ່າ: ຕະຫຼອດໄລຍະຜ່ານມາ ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນໄດ້ຜັນແປໄປຢ່າງສັບສົນ ຍາກທີ່ຈະຄາດຄະເນ ບັນຫາການປະທະກັນທາງການທະຫານ, ບັນຫາສົງຄາມການຄ້າໂລກຂອງບັນດາປະເທດມະຫາອໍານາດ, ບັນຫາຂໍ້ພິພາດທາງເຂດແດນຂອງປະເທດອ້ອມຂ້າງ,  ບັນດາອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີຍັງສືບຕໍ່ປະຕິບັດກົນອຸບາຍຫັນປ່ຽນໂດຍສັນຕິ ແນໃສ່ມ້າງເພທໍາລາຍແຂວງພວກເຮົາໃນທຸກດ້ານ, ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ, ບັນຫາໄພພິບັດທໍາມະຊາດ ບວກກັບການລະບາດຂອງພະຍາດຕ່າງໆ ເຊິ່ງໄດ້ສົ່ງຜົນກະທົບຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດກໍຄືແຂວງໄຊຍະບູລີ. ແຕ່ເຖິງຢ່າງໃດກໍ່ຕາມ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງ, ຄະນະພັກແຕ່ລະຂັ້ນ ບວກກັບຄວາມເອົາໃຈໃສ່ປະກອບສ່ວນຂອງນັກທຸລະກິດຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງ ທີ່ໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້ ສາມາດບັນລຸຕາມລະດັບຄາດໝາຍວາງໄວ້. ເຮັດໃຫ້ສະພາບເສດຖະກິດຂອງແຂວງໄດ້ມີທ່າອ່ຽງຂະຫຍາຍຕົວດີຂື້ນ, ໂຄງປະກອບເສດຖະກິດໄດ້ຫັນໄປຕາມທິດທີ່ໄດ້ກຳນົດໄວ້, ສະພາບທາງດ້ານການເງິນ-ເງິນຕາ ໄດ້ມີຄວາມຄ່ອງໂຕ ເຖິງວ່າການເບີກຈ່າຍງົບປະມານການລົງທຶນຂອງລັດ ແລະ ເງິນບໍລິຫານອື່ນ ຊັກຊ້າບາງຄັ້ງຄາວ. ແຕ່ມາຮອດປັດຈຸບັນກໍ່ສາມາດແກ້ໄຂໄດ້ໂດຍພື້ນຖານ; ອັດຕາເງິນເຟີ້ ສະເລ່ຍ 5 ເດືອນ ຂອງແຂວງໄຊຍະບູລີ ປີ 2025 ຢູ່ໃນ ລະດັບ 16,38% ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ຕີລາຄາຄວາມຮັບຜິດຊອບການເມືອງ ຂອງຄະນະພັກຂັ້ນຕ່າງໆ ໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ລະບຽບກົດໝາຍຂັ້ນເທິງວາງອອກ ກໍ່ຄືການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ 13 ສະໄໝທີ VII ຂອງຄະນະບໍລິຫານງານພັກແຂວງ, ແຜນພັັດທະນາເສດຖະກິດ-ສັງຄົມວາງອອກ ໃນ 6 ເດືອນຜ່ານມາ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ເພື່ອໃຫ້ເຫັນໄດ້ດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຂໍ້ຂາດຕົກບົກຜ່ອງໃນການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ແລະ ຈະໄດ້ພ້ອມກັນຄົ້ນຄວ້າ ເອກະພາບກ່ຽວກັບທິດທາງມາດຕະການສູ້ຊົນຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸຄາດໝາຍວາງໄວ້ ໃນທ້າຍປີ 2025. ກອງປະຊຸມໄດ້ຮັບຟັງການລາຍງານການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 13 ສະໄໝທີ VII ຂອງຄະນະບໍລິຫານງານພັກແຂວງ. ຮັບຟັງລາຍງານ ກ່ຽວກັບການຕີລາຄາການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາ ເສດຖະ ກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2025 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ແລະ ຮັບຟັງການປະກອບຄໍາເຫັນ ຈາກບັນດາຂະແໜງການ, ອົງການ, ກົມກອງ ອ້ອມຂ້າງ ແລະ ເມືອງ.ກອງປະຊຸມຈະໄດ້ດໍາເນີນເປັນເວລາ 3 ວັນ ຈຶ່ງສໍາເລັດ.

ຂ່າວ+ພາບ: ຄໍາໝັ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa