ແຂວງໄຊຍະບູລີ ທາບທາມບຸກຄະລາກອນທີ່ຈະອອກຮັບສະໜັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຮອບທີ II.

ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກຮັບສະໜັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ VIII  ຮອບທີ II  ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ສິງຫາ 2025 ນີ້ ເຊິ່ງໄດ້ແບ່ງອອກເປັນສອງຈຸດ ຄື: ຈຸດທີ 1 ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ຈຸດທີ 2 ແມ່ນຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງຫາຍ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ ຮອງປະທານກວດກາສູນກາງພັກ, ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ , ຫົວໜ້າ, ຮອງຫົວໜ້າພະແນກການ,  ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງຜ່ານຮ່າງບົດລາຍງານການເມືອງ, ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ,ຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ,ຜ່ານມາດຕະຖານ, ເງື່ອນໄຂ ຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ VIII ແລະ ຜ່ານມາດຕະຖານຄະນະປະຈໍາ, ເລຂາ, ຮອງເລຂາ, ປະທານ ຮອງປະທານຄະນະກວດກາ, ແຈກຍາຍບັດທາບທາມ,ດໍາເນີນການທາບທາມຄະນະບໍລິຫານງານພັກແຂວງ,ວາລະທີສອງແຈ້ງເປົ້າໝາຍເຂົ້າຮ່ວມແນະນໍາວິທີການທາບທາມຄະນະປະຈໍາ,ເລຂາ,ຮອງເລຂາ,ປະທານ,ຮອງປະທານຄະນະກວດກາ ຮອບທີ 1 ແຈກຍາຍບັດທາບທາມ,ດໍາເນີນການທາບທາມຄະນະປະຈໍາ,ເລຂາ,ຮອງເລຂາ,ປະທານ,ຮອງປະທານຄະນະກວກາ ຮອບທີ 1. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄາຄິດຄາເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ຮ່າງບົດສາຫຼວດການນາພາວມຂອງຄະນະບໍລິຫານງານພັກແຂວງ.

……………………….

ຂ່າວ+ພາບ: ຄໍາໝັ້ນ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa