ແຂວງໄຊຍະບູລີ ປະກາດການປັບປຸງກົງຈັກການຈັດຕັ້ງ ແລະ ປະກາດພະນັກງານການນໍາອອກພັກການຮັບອຸດໜູນບໍານານ ແລະ ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່.

ໃນຕອນເຊົ້າຂອງວັນທີ 20 ສິງຫາ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ ແລະ ປະກາດພະນັກງານການນໍາອອກພັກການຮັບອຸດໜູນບໍານານ ແລະ  ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການ,ສະມາຊິກສະພາປະຊາຊົນແຂວງ, ອົງການ, ກົມກອງ ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກເລກທີ 1534 ຂອງທ່ານເຈົ້າແຂວງໄຊຍະບູລີ ລົງວັນທີ 19 ສິງຫາ 2025 ວ່າດ້ວຍການອະນຸມັດໃຫ້ພະນັກງານນໍາພາຄຸ້ມຄອງອອກພັກການລໍຖ້າຮັບອຸດໜູນບໍານານ ເຈົ້າແຂວງໄຊຍະບູລີ ຕົກລົງໃຫ້ ທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ,ທ່ານ ເສີດ ແສງສຸລິນ ກໍາມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ອອກພັກການລໍຖ້າຮັບອຸດໜູນບໍານານ, ທ່ານ ຄໍາຜຸຍ ອິນທະບັນດິນ ປະທານສະຫະພັນກໍາມະບານແຂວງ,ທ່ານ ໂພທອງ ບຸດສະບາ ຮອງຫົວໜ້າຫ້ອງວ່າການແຂວງ, ທ່ານ ສຸລິສັກ ຄໍາອ່ອນ ຮອງປະທານສະຫະພັນກໍາມະບານແຂວງ, ທ່ານ ສີສຸກ ສີພານິດ ຮອງຫົວໜ້າພະແນກໂຍທາ ແລະ ຂົນສົ່ງແຂວງ, ທ່ານ ອາລຸນສັກ ລິນທະວົງ ຮອງຫົວໜ້າພະແນກພາຍໃນແຂວງ, ທ່ານ ນາງ ສົມໝາຍ ລັກຊີວີ ຫົວໜ້າຂະແໜງພົນລະເມືອງຊົນເຜົ່າ ແລະ ສາສະໜາພະແນກພາຍໃນແຂວງ ແລະ  ທ່ານ ສາຍສະໝອນ ພົມມະຂັນ ຮອງຫົວໜ້າຂະແໜງປົກຄອງ ແລະ ແຜນທີພະແນກພາຍໃນແຂວງ ອອກພັກການລໍຖ້າຮັບອຸດໜູນບໍານານ, ຜ່ານຂໍ້ຕົກລົງເລກທີ 1507 ຂອງທ່ານເຈົ້າແຂວງໄຊຍະບູລີ ລົງວັນທີ 15 ສິງຫາ 2025 ວ່າດ້ວຍຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ເຈົ້າແຂວງໄຊຍະບູລີຕົກລົງຍົກຍ້ານທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໄປຮັບໜ້າທີ່ໃໝ່ເປັນຮອງຄະນະຈັດຕັ້ງແຂວງ ເປັນເລຂາໜ່ວຍພັກຮາກຖານຄະນະຈັດຕັ້ງແຂວງໄຊຍະບູລີ, ຍົກຍ້າຍ ທ່ານ ຄໍາໄຊ ເລົາລືເຕຊາ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ໄປປະຈໍາການຢູ່ຫ້ອງວ່າການແຂວງໄຊຍະບູລີ, ຍົກຍ້າຍທ່ານ ນາງ ວຽງຄໍາ ຈັນທະວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ເປັນຮັກສາການປະທານສະຫະພັນກໍາມະບານແຂວງໄຊຍະບູລີ, ຍົກຍ້າຍ ທ່ານ ຈັນທະສອນ ທະນູສິນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ໄປເປັນຮອງປະທານສະຫະພັນກໍາມະບານແຂວງໄຊຍະບູລີ, ຍົກຍ້າຍທ່ານ ໃໝ່ ສີບຸນເຮືອງ ຫົວໜ້າສູນບໍລິການເຕັກນິກພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ໄປປະຈໍາການຢູ່ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງທົ່ງມີໄຊ ແຂວງໄຊຍະບູລີ. ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງເລກທີ 1403 ຂອງທ່ານເຈົ້າແຂວງໄຊຍະບູລີ ລົງວັນທີ 30 ກໍລະກົດ 2025 ວ່າດ້ວຍການຍົກຍ້າຍຂອງພະນັກງານ-ລັດຖະກອນໄປຮັບໜ້າທີ່ໃໝ່. ຜ່ານຂໍ້ຕົກລົງເລກທີ 1537 ຂອງທ່ານເຈົ້າແຂວງໄຊຍະບູລີ ລົງວັນທີ 13 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ເຈົ້າແຂວງໄຊຍະບູລີ ຕົກລົງ ແຕ່ງຕັ້ງ ທ່ານ ສອນສະຫວັນ ຈັນທະວົງ ເປັນຮັກສາການພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ, ແຕ່ງຕັ້ງ ທ່ານ ນາງ ປອ ໄມພອນ ເຮີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ເປັນຮັກສາການຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ, ແຕ່ງຕັ້ງ ທ່ານ ໂອເລ້ ສອນພັນ ຫົວໜ້າຂະແໜງຄົ້ນຄວ້າສັງລວມ ຫ້ອງວ່າການແຂວງໄຊຍະບູລີ  ແລະ ທ່ານ ອຸ່ນ ຄໍາມະວົງ ຂຶ້ນເປັນຮອງຫົວໜ້າຫ້ອງວ່າການແຂວງໄຊຍະບູລີ, ແຕ່ງຕັ້ງ ທ່ານ ຈິລະມິດ ຄໍາພູວົງ ເປັນຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ,ແຕ່ງຕັ້ງ ທ່ານ ປອ ໄຊພອນ ບຸນຊູ ເປັນຮັກສາການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ,ແຕ່ງຕັ້ງທ່ານ ປອ ສົມພັນ ແພງສີດາ ເປັນຮັກສາການຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ. ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການຍົກຍ້າຍພະນັກງານ-ລັດຖະກອນ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວແຂວງໄຊຍະບູລີ ໄປຂຶ້ນກັບຄະນະໂຄສະນາອົບຮົບແຂວງໄຊຍະບູລີ ຈໍານວນ 26 ທ່ານ ຍິງ 11 ທ່ານ. ຈາກນັ້ນ ຜ່ານຄໍາສັ່ງວ່າດ້ວຍຍຸບເລີກບັນດາຄະນະພັກຮາກຖານພະແນກການ ແລະ ມະຕິຕົກລົງ ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານພະແນກການ ແລະ ບັນດາໜ່ວຍພັກທີ່ຂຶ້ນກັບຮາກຖານພະແນກຕື່ມອີກ. ພ້ອມນີ້ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ຍັງຂຶ້ນມອບຂໍ້ຕົກລົງໃຫ້ບັນດາຄະນະພັກທີ່ໄດ້ຮັບແຕ່ງຕັ້ງ ແລະ ຍົກຍ້າຍໃໝ່ຕື່ມອີກ.

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa