ໃນຕອນເຊົ້າ ຂອງວັນທີ 15 ພຶດສະພາ 2025 ນີ້ ຢູ່ທີ່ຫໍປະຊຸມຂອງແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາລະນຶກຫວນຄືນ ມູນເຊື້ອ 4 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ແລະ ຂອງສາກົນ ຂື້ນ, ໃຫ້ກຽດປາຖະກະຖາ ໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ, ຄະນະພັກ-ຄະນະບັນຊາກອງພົນທະຫານຮາບທີ II, ຄະນະພັກ-ຄະນະບັນຊາກອງພັນທີ 2, ຫົວໜ້າພະແນກ, ຮອງຫົວໜ້າພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ການນໍາເມືອງໄຊຍະບູລີ ພ້ອມດ້ວຍສະມາຊິກພັກ, ພະນັກງານ ແລະ ສະມາຄົມຊາວຫວຽດນາມທີ່ອາໄສຢູ່ໄຊຍະບູລີເຂົ້າຮ່ວມ.
ໃນໂອກາດນີ້ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ,ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດປາຖະກະຖາ ເລົ່າຄືນມູນເຊື້ອ 4 ວັນປະຫວັດສາດສໍາຄັນຂອງຊາດຄື: ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 66 ປີ (18/5/1959-18/5/2025) ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24/5/1960-24/5/2025), ວັນເກີດປະທານ ໂຮ່ຈີ່ມິນ ຄົບຮອບ 135 ປີ (19/5/1890-19 / 5 / 2025) ແລະ ວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດສິດເຢຍລະມັນ ໃນສົງຄາມໂລກຄັ້ງທີ II ຄົບຮອບ 80 ປີ 9/5/1945-9/5/2025, ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນ, ຮັບຮູ້ໄດ້ເຫດການປະຫວັດສາດ, ມູນເຊື້ອ, ວິລະກຳອັນລ້ຳເລີດ, ຄວາມອົງອາດ ກ້າຫານ, ຄວາມສາມັກຄີອັນແໜ້ນແຟ້ນ ແລະ ຄວາມຈົງຮັກພັກດີຕໍ່ຊາດ ກໍ່ຄືພັນທະຕໍ່ສາກົນຂອງ ກອງທັບແດງ ແລະ ປະຊາຊົນໂຊວຽດ ທີ່ສາມາດເອົາໄຊຊະນະຟາດສິດໄດ້ຢ່າງສິ້ນເຊີງ; ຈຸດປະສົງ ແມ່ນເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງໄດ້ຮັບຮູ້, ເຂົ້າໃຈກ່ຽວກັບມູນເຊື້ອ ແລະ ວິລະກຳການຕໍ່ສູ້ພິລະອາດຫານບໍ່ຍອມຈໍານົນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ ຜູ້ກໍ່ຕັ້ງພັກກອມມູນິດອິນດູຈີນ ເຊິ່ງ ເປັນຕົ້ນກຳເນີດຂອງພັກປະຊາຊົນ ປະຕິວັດລາວ ແລະ ຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດອັນດີເລີດຂອງເພິ່ນ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງພວກເຮົາ ພ້ອມທັງເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມສຳພັນສູ້ຮົບທີ່ກົມກຽວໜຽວແໜ້ນ ແລະ ນໍ້າໃຈສາມັກຄີພິເສດອັນບໍລິສຸດຜຸດຜ່ອງລະຫວ່າງພະນັກງານ, ນັກຮົບ ແລະ ປະຊາຊົນສອງຊາດ ລາວ -ຫວຽດນາມ, ເພື່ອເປັນການຫວນຄືນເຫດການປະຫວັດສາດ, ວິລະກຳອັນລ້ຳເລີດ, ໄຊຊະນະອັນຍິ່ງໃຫຍ່ ແຫ່ງການຕໍ່ສູ້ຕ້ານຟາດສິດ ຂອງກອງທັບ ແລະ ປະຊາຊົນ ສະຫະພາບໂຊວຽດ ໃນສົງຄາມ ໂລກຄັ້ງທີ 2, ເສີມຂະຫຍາຍມູນເຊື້ອນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປຸກລະດົມຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ຂອງລັດ ໃນທ້າຍສະໄໝ ໃຫ້ປະກົດຜົນເປັນຈິງ.
ຂ່າວ: ມະໄລວັນ.