ໃນວັນທີ 31 ມັງກອນ 2025 ນີ້ ສະຫະພັນກໍາມະບານແຂວງ ໄດ້ຈັດປາຖະກະຖາ ເລົ່າຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີ (1 ກຸມພາ 1956 – 1 ກຸມພາ 2025) ໄດ້ຈັດຂຶ້ນທີ່ຫ້ອງປະຊຸມພະແນກສືກສາ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ຄຳຜິວ ພັນທະວົງ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ , ມີບັນດາສະຫາຍ ແຂກ ຕາງໜ້າຈາກຄະນະກຳມະທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ,ແນວລາວສ້າງຊາດແຂວງ,ສະຫະພັນນັກຮົບເກົ່າແຂວງ,ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວແຂວງ ແລະ ສະຫະພັນແມ່ຍິງແຂວງເຂົ້າຮ່ວມ.
ໃນພິທີ ສະຫາຍ ນາງ ຄໍາຜິວ ພັນທະວົງ ປະທານສະຫະພັນແມ່ຍິງແຂວງ ໄດ້ໃຫ້ກຽດຂຶ້ນປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງ ສະຫະພັນກໍາມະບານລາວ ຜ່ານຂະບວນວິວັດແຫ່ງການຕໍ່ສູ້ພາຍໃຕ້ຄັນທຸງ ເອກະລາດ ແລະ ປະຊາທິປະໄຕ ຂອງພັກ – ຂອງຊາດ. ອົງການກໍາມະບານລາວນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາກໍໄດ້ຕັ້ງໜ້າເຄື່ອນໄຫວ ກໍ່ສ້າງປັບປຸງ ບູລະນະການຈັດຕັ້ງຂອງຕົນໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງຕະຫຼອດມາ. ອົງການກໍາມະບານໄດ້ສ້າງຕັ້ງຮາກຖານຂຶ້ນຢູ່ແຕ່ລະຫົວໜ່ວຍການຜະລິດ ແຕ່ລະສໍານັກງານ, ອົງການຂອງລັດ, ໂຮງຮຽນ, ໂຮງໝໍ ໜ້າທີ່ຕົນຕໍຂອງກໍາມະບານແມ່ນຖືເອົາວຽກງານໂຄສະນາ ການປະຕິບັດແນວທາງນະໂຍບາຍຂອງພັກ ແຕ່ລະໄລຍະ ເປັນເນື້ອໃນໃຈກາງຂອງການເຄື່ອນໄຫວ ສ້າງຂະບວນການດ້ານຕ່າງໆ, ໂຄສະນາຂົນຂວາຍເຕົ້າໂຮມກໍາມະກອນ ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວ ປະຕິວັດ ມີນໍ້າໃຈຮັກຊາດ ມີທັດສະນະມະຫາຊົນ ກໍາມະກອນ.ມີລະບຽບແບບແຜນ ເປັນພົນລະເມືອງດີຂອງຊາດ ສົ່ງເສີມການມີວຽກເຮັດງານທໍໍາ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດ ຜົນປະໂຫຍດອັນຊອບທໍາໃຫ້ແກ່ກໍາມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າ ການເປັນກໍາລັງແຮງ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ. ທ່ານ ຍັງໄດ້ໃຫ້ຮູ້ຕື່ມວ່າ: ຕະຫຼອດໄລຍະ 69 ປີ ຜ່ານມາສະຫະພັນກໍາມະບານລາວໄດ້ມີຜົນງານຫຼາຍດ້ານທີ່ພົ້ນເດັ່ນ ປັບປຸງ ກົດລະບຽບ ລະບົບການຈັດຕັ້ງ. ໂຄງປະກອບບຸກຄະລາກອນ ແບບແຜນວິທີເຮັດວຽກ ແລະ ຂະຫຍາຍການຈັດຕັ້ງສະມາຊິກກໍາມະບານຢູ່ໃນແຕ່ລະຂົງເຂດ ໂດຍພາຍໃຕ້ການນໍາພາຂອງພັກ ສະຫະພັນກໍາມະບານລາວໄດ້ປະກອບສ່ວນພາລະກິດເພື່ອສ້າງເຂດປົດປ່ອຍເປັນລັດໜຶ່ງ ກຽມພ້ອມທຸກເງື່ອນໄຂ ເພື່ອປົດປ່ອຍປະເທດຊາດຢ່າງສົມບູນ ໜ້າທີ່ຕົ້ນຕໍຂອງກໍາມະບານແມ່ນລົງຮາກຖານຢູ່ຕາມບັນດາໂຮງຈັກ, ໂຮງງານ ເພື່ອສຸມໃສ່ປຸກລະດົມ ຂົນຂວາຍ ຊຸກຍູ້ມະຫາຊົນ ເຂົ້າຮ່ວມການຕໍ່ສູ້ໃຫ້ເປັນຂະບວນຟົດຟື້ນ. ຈຸດປະສົງກໍເພື່ອໂຄສະນາສຶກສາອົບຮົມ ໃຫ້ພະນັກງານສະມາຊິກພັກ,ພະນັກງານ – ລັດຖະກອນ ໃນທົ່ວແຂວງ ໄຊຍະບູລີ ຂອງຕົນ ມີຄວາມຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ມູນເຊື້ອ ການຕໍ່ສູ້ພິລະອາດຫານຂອງກຳມະກອນລາວ ແລະ ປະຊາຊົນບັນດາເຜົ່າ. ພ້ອມທັງຮຽກຮ້ອງໃຫ້ບັນດາທຸກສະຫາຍຈົ່ງກຳແໜ້ນວັນປະ
ຫວັດສາດ ສຳຄັນຂອງຊາດ , ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັນສຳຄັນດັ່ງກ່າວ ເຂົ້າໃນການພັດທະນາໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
………………
ຂ່າວ : ບຸນລັ່ນ.