ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ວັນປະຫວັດສາດສໍາຄັນຂອງຊາດ ໂດຍການເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ມີບັນດາທ່ານກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ເຈົ້າເມືອງ, ອົງການ, ກົມກອງ, ພ້ອມດ້ວຍສະມາຊິກພັກພະນັກງານຫຼັກແຫຼ່ງຂອງແຂວງ ແລະ ເມືອງໄຊຍະບູລີ ເຂົ້າຮ່ວມ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄດ້ໃຫ້ກຽດປາຖະກະຖາ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງວັນປະຫວັດສາດດັ່ງກ່າວຄື: ວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ ( 13 /7/1909 – 13/7/2025); ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 63 ປີ (5/9/1962 – 5/9/2025) ; ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ (18/7/1977 – 18/7/2024) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ( 20/7/1955-20/7/2024). ຈຸດປະສົງ ກໍ່ເພື່ອເປັນການໂຄສະນາສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ເຫັນໄດ້ບົດບາດຄວາມໜາຍຄວາມສໍາຄັນ ທັງເປັນການເສີມຂະຫຍາຍມູນເຊື້ອພິລະອາດຫານ ແລະ ຄຸນງາມຄວາມດີຂອງປະທານສຸພານຸວົງ ຕະຫຼອດໄລຍະ 116 ປີ ແລະ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບສາຍພົວພັນການທູດລາວ-ຫວຽດນາມ, ຄວາມສໍາຄັນຂອງວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ທັງໜົດນີ້ກໍ່ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈພຶດຕິກໍາຕົວຈິງ ເພື່ອຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ, ເຮັດໃຫ້ສັງຄົມມີຄວາມສະຫງົບ ສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ໂອກາດນີ້ຜູ້ເຂົ້າຮ່ວມໄດ້ສະໜັກໃຈບໍລິຈາກເລືອດເພື່ອຊ່ວຍເຫຼືອມະນຸດດ້ວຍກັນຕື່ມອີກ.
ຂ່າວ+ພາບ: ຄໍາໝັ້ນ