ໃນວັນທີ 2 ກັນຍາ 2025 ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄດ້ປາຖະກະຖາ ວັນຊາດ ສສ ຫວຽດນາມ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາ ຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ,ມີກໍາມະການປະຈໍາພັກແຂວງ,ກໍາມະການພັກແຂວງ,ຫົວໜ້າ ຮອງຫົວໜ້າພະແນກການ,ພະນັກງານຫຼັກແຫ່ງຂອງແຂວງ ແລະ ເມືອງໄຊຍະບູລີເຂົ້າຮ່ວມ.