ໃນຕອນເຊົ້າຂອງວັນທີ 28 ພຶດສະພາ ປີນີ້, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມ ປຶກສາຫາລື ພາຍໃນຄະນະຊີ້ນຳລວມ ແລະ ຄະນະປະຕິບັດຕົວຈິງ ເພື່ອກວດກາ, ສະກັດກັ້ນ ແລະ ແກ້ໄຂ ບາງປະກົດການຫຍໍ້ທໍ້ໃນຂົງເຂດເສດຖະກິດ-ສັງຄົມ, ເຂົ້າຮ່ວມເປັນປະທານໂດຍທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການໃນຂົງເສດຖະກິດເຂົ້າຮ່ວມ.
ໃນກອງປະຊຸມທ່ານ ປອ ພຸດທະຈອນ ປິ່່ນທີບ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ໄຊຍະບູລີ ລະບັບເລກທີ 927/ຈຂ.ຊບ, ລົງວັນທີ 27 ພຶດສະພາ 2025 ວ່າດ້ວຍການ ແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະປະຕິບັດຕົວຈິງ ເພື່ອກວດກາ, ສະກັດກັ້ນ ແລະ ແກ້ໄຂ ບາງປະກົດການຫຍໍ້ທໍ້ ໃນຂົງເຂດເສດຖະກິດ-ສັງຄົມ ພາຍໃນແຂວງ, ໂດຍຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ ປະກອບມີ 17 ທ່ານ, ໂດຍແມ່ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ເປັນຫົວໜ້າ, ທ່ານ ເພັງນິວັນ ຄໍາພັນເພັງ ປະທານສະພາປະຊາຊົນແຂວງໄຊຍະບູລີ ເປັນຮອງ ແລະ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ເປັນຮອງ, ທັງເປັນຜູ້ປະຈຳການ,ແຕ່ງຕັ້ງຄະນະປະຕິບັດຕົວຈິງ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາລົດເຖື່ອນ ພາຍໃນແຂວງ ປະກອບມີ 16 ທ່ານ, ໂດຍແມ່ນ ທ່ານ ພັທ ສຸລິວົງ ສີລິມະໂນທໍາ ຮອງກອງບັນຊາການ ປກສ ແຂວງ ເປັນຫົວໜ້າ, ທ່ານ ພອນສະຫວັນ ແສນທໍາ ຮອງປະທານອົງການກວດກາລັດແຂວງ ແລະ ທ່ານ ບຸນບໍ່ ຄໍາພາ ຮອງຫົວໜ້າພະແນກ ຍທຂ ເປັນຮອງ, ແຕ່ງຕັ້ງຄະນະປະຕິບັດຕົວຈິງ ເພື່ອສະກັດກັ້ນການຄ້ານອກລະບົບພາຍໃນແຂວງ ປະກອບມີ 13 ທ່ານ ໂດຍແມ່ນທ່ານ ພອນສະຫວັນ ແສນທຳ ຮອງປະທານອົງການກວດກາລັດແຂວງ ເປັນຫົວໜ້າ, ທ່ານ ຈັນທະສອນ ທະນຸສິນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ເເລະ ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງ ເປັນຮອງ, ແຕ່ງຕັ້ງຄະນະປະຕິບັດຕົວຈິງຂັ້ນແຂວງ ເພື່ອລົງແກ້ໄຂການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ) ຢູ່ເປົ້າໝາຍຕ່າງໆ ພາຍໃນແຂວງ ປະກອບມີ 16 ທ່ານ ໂດຍແມ່ນ ທ່ານ ພັອ ໄວຍາກອນ ເພັດສະລາດ ຮອງຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ເປັນຫົວໜ້າ, ທ່ານ ສອນສະຫວັນ ຈັນທະວົງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ພອນສະຫວັນ ແສນທໍາ ຮອງປະທານອົງການກວດກາລັດແຂວງ ເປັນຮອງ, ແຕ່ງຕັ້ງຄະນະປະຕິບັດຕົວຈິງ ເພື່ອລົງແກ້ໄຂບັນຫາການລັກລອບຊັບພະຍາກອນປ່າໄມ້ ໃນຂອບເຂດພາຍໃນແຂວງ ປະກອບມີ 12 ທ່ານ ໂດຍແມ່ນທ່ານ ສົມຫວັງ ແກ້ວວິໄລສັກ ປະທານອົງການກວດກາແຂວງ ເປັນຫົວໜ້າ, ທ່ານ ພົງແກ້ວ ບຸນຍາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ທ່ານ ປອ ສົມພັນ ແພງສີດາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຮອງ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ.