ແຂວງໄຊຍະບູລີ ສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ.

ໃນຕອນເຊົ້າວັນທີ 11 ກໍລະກົດ 2025 ນີ້ ຢູ່ທີ່ຜາມໄຊທ່າບ້ານປົ່ງ ໄດ້ຈັດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ 13 ກໍລະກົດ 2025  ຂຶ້ນ ເປັນກຽດເຂົ້າຮ່ວມຂອງທ່ານ ຮອງສາດສະດາຈານ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ,ທ່ານ ດວງຕາ ໄຊວຸດ ຮອງເຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີບັນດາທ່ານກໍາມະການປະຈໍາພັກແຂວງ, ກຳມະການພັກແຂວງ, ຫົວໜ້າ,ຮອງຫົວໜ້າພະແນກການ, ການນໍາຂອງເມືອງ, ອົງການ, ກົມກອງ, ນັກທຸລະກິດ, ນາຍບ້ານ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

ໃນພິທີ ທ່ານ ຈັນເພັງ ອູ່ທອງຄໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງໄຊຍະບູລີ ໄດ້ກ່າວເປີດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ 13 ກໍລະກົດ 2025 ວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍໃນໄລຍະຜ່ານມາໄດ້ເອົາໃຈໃສ່ຊີ້ນຳ-ນໍາພາຕໍ່ກັບການປົກປັກຮັກສາ, ການອະນຸລັກປ່າໄມ້, ສັດນໍ້າ ແລະ ສັດປ່າ ທັງນີ້ກໍ ເພື່ອແນໃສ່ເຮັດໃຫ້ຊັບພະຍາກອນປ່າໄມ້, ສັດນໍ້າ ແລະ ສັດປ່າ ໄດ້ຮັບການຄຸ້ມຄອງ ແລະ ເພີ່ມ ຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ, ມີການຄຸ້ມຄອງນໍາໃຊ້ແບບຍືນຍົງ ຕາມນະໂຍບາຍວາງອອກ ໂດຍບໍ່ມີວັນບົກແຫ້ງສະເພາະປີ 2024 ຜ່ານມາທົ່ວແຂວງ ສາມາດສາມາດຜະລິດລູກປາໄດ້ 21.455.340 ໂຕ ແລະ ປ່ອຍປາໄດ້ທັງໝົດ 52.773.800 ໂຕ.ໃນປີ 2025 ແຜນສູ້ຊົນປ່ອຍປາໃຫ້ໄດ້ທັງໝົດ 54 ລ້ານໂຕ, ໃນນີ້: ໄດ້ປ່ອຍປາແລ້ວ 33.341.600 ໂຕ, ມາຮອດປັດຈຸບັນ ທຽບໃສ່ແຜນການ ປະຕິບັດໄດ້ 61,74% ແລະ ຈະສືບຕໍ່ປ່ອຍ ປາໃຫ້ໄດ້ທັງໝົດ 20.658.400 ໂຕ ແລະ ຈະປ່ອຍປາລົງສູ່ແມ່ນໍ້າ, ອ່າງເກັບນໍ້າຕ່າງງໆ ໃນທົ່ວແຂວງ ເນື່ອງໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດກ່ອນ (ວັນທີ 13 ກໍລະກົດ 2025) ຈໍານວນ 1.000.000 ໂຕ, ເຊິ່ງມີ 29 ຈຸດ ໃນທົ່ວແຂວງ. ຈະປ່ອຍກ່ອນ ວັນທີ 13 ກໍລະກົດ 2025 ມີ 09 ເມືອງ ຈໍານວນປາ 841.000 ໂຕ ແລະ ຈະປ່ອຍຫຼັງວັນທີ 13 ກໍລະກົດ 2025 ໃນຈໍານວນ 159.000 ໂຕ (ເມືອງພຽງ ແລະ ເມືອງ ບໍ່ ແຕນ).ສະເພາະເມືອງໄຊຍະບູລີ ຂອງພວກເຮົາ ແມ່ນມີແຜນຈະປ່ອຍປາທັງໝົດ ຈໍານວນ 8.500.000 ໂຕ, ໃນນີ້ໄດ້ປ່ອຍປາກ່ອນວັນທີ 13 ກໍລະກົດ 2025 ແລ້ວຈໍານວນ 1.800.000 ໂຕ, ຈະປ່ອຍໃນມື້ນີ້, ຈໍານວນ 250.000 ໂຕ, ມີ 03 ຈຸດປ່ອຍ (ທ່າບ້ານ ປົ່ງ, ທ່າບ້ານ ວັງຊອຍ ແລະ ອ່າງນໍ້າຕຽນ) ແລະ ແຜນສືບຕໍ່ຈະປ່ອຍພາຍຫຼັງວັນທີ 13 ກໍລະກົດ 2025 ຈໍານວນ 6.750.000 ໂຕ, ສະເພາະຊະນິດປາທີ່ປ່ອຍໃນປີນີ້ ປະກອບມີ ປານິນ, ປາໄນ, ປາປາກ, , ປາແກັດແລບ ແລະ ປາອິນເດຍ. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນປ່ອຍປາລົງສູ່ແຫຼ່ງນໍ້າທໍາມະຊາດເພື່ອເປັນການຄືນຄວາມອຸດົມສົມບູນໃຫ້ກັບທໍາມະຊາດ.

……………..

ຂ່າວ+ພາບ: ຄໍາໝັ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa