ແຂວງໄຊຍະບູລີ ສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ.

ໃນຕອນເຊົ້າວັນທີ 30 ກັນຍາ 2025 ນີ້ ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ( ວັນທີ 28 ກັນຍາ ປະຈໍາປີ 2025 ) ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການ,ອົງການ, ກົມກອງ, ແຂກທີ່ຖືກເຊີນ ພ້ອມດ້ວຍນັກຮຽນ-ນັກສຶກສາ ພໍ່ແມ່ປະຊາຊົນອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ນາງ ຟອງສະໝຸດ ແກ້ວບົວ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ລາຍງານສະພາບ ແລະ ມາດຕະການ ກັນ ແລະ ຄວບຄຸມພະຍາດວໍ້ ໃນ ສປປ ລາວ ວ່າ : ໃນປີ 2024 ທົ່ວແຂວງມີໝາທັງຫມົດ 97.089 ໂຕ, ໄດ້ຮັບການສັກວັກຊິນປ້ອງກັນວໍ້ 16.343 ໂຕ. ທຽບໃສ່ສະຖິຕິ ປະຕິບັດໄດ້ 16,83 %, ທຽບໃສ່ແຜນປີ 25.069 ໂຕ ປະຕິບັດໄດ້ 65,19%. ຈາກນັ້ນ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ  ໄດ້ໃຫ້ກຽດຂຶ້ນປາຖະກະຖາການສ້າງຂະບວນການວັນຕ້ານພະຍາດວໍ້ໂລກໄດ້ເປີດຂະບວນການຂື້ນຄັ້ງທໍາອິດໃນວັນທີ 28 ກັນຍາ 2007 ຢູ່ທີ່ເມືອງແອັດແລນຕ້າ, ລັດຈໍເຈຍ, ປະເທດສະຫະລັດອາເມລິກາ ໂດຍແມ່ນອົງການພັນທະມິດຄວບຄຸມພະຍາດຕິດຕໍ່ເປັນຜູ້ຈັດຂຶ້ນ, ອົງການດັ່ງກ່າວ ແມ່ນອົງການສາກົນທີ່ບໍ່ຫວັງຜົນກຳໄລ, ມີສໍານັກງານໃຫຍ່ຕັ້ງຢູ່ສະຫະລັດອາເມລິກາ ແລະ ອັງກິດ, ໂດຍການສະໜັບສະໜູນຈາກອົງການອະນາໄມໂລກ, ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ  ແລະ ອົງການສຸຂະພາບສັດສາກົນ,  ອົງການຄວບຄຸມພະຍາດຂອງສະຫະລັດອາເມລິກາ ແລະ ສະມາຄົມສັດຕະວະແພດໂລກ ແລະ ກໍໄດ້ກຳນົດເອົາວັນທີ 28 ກັນຍາ ຂອງທຸກໆປີ. ສະເພາະຢູ່ແຂວງໄຊຍະບູລີ ໂດຍອີງໃສ່ຜົນຂອງການປະເມີນໃນທົ່ວແຂວງ ໄລຍະປີ 2025 ສາມາດເກັບກຳຂໍ້ມູນຜູ້ທີ່ຖືກສັດກັດໄດ້ທັງໝົດ 1.610 ກໍລະນີ, ໃນນີ້ ເມືອງທີ່ມີກໍລະນີ ຖືກສັດກັດຫຼາຍກ່ວາໝູ່ແມ່ນ ເມືອງໄຊຍະບູລີ, ເມືອງຄອບ ແລະ ເມືອງຫົງສາ. ເພື່ອປະຕິບັດຕາມຍຸດທະສາດຂອງການ ກັນ ແລະ ຄວບຄຸມພະຍາດວໍ້ ໃນ ສປປ ລາວ ປີ 2020-2024 ໂດຍອີງໃສ່ຍຸດທະສາດ ການເຝົ້າລະວັງພະຍາດວໍ້ ໃນຄົນ ແລະ ໃນສັດຮ່ວມກັນ ໄດ້ສ້າງຕັ້ງເຄືອຂ່າຍການເຝົ້າລະວັງພະຍາດວໍ້ໃນທົ່ວແຂວງຊຶ່ງກວມ ເອົາທັງໝົດ 11 ເມືອງ ແລະ 163 ບ້ານ, ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ຕົ້ນເດືອນກໍລະກົດ 2024 ເປັນຕົ້ນມາ. ພ້ອມນີ້ ບັນດາທ່ານເຂົ້າຮ່ວມພິທີດັ່ງກ່າວໄດ້ຮ່ວມສັກວັກຊິນປ້ອງກັນພະຍາດວໍ້ ແລະ ເຮັດໝັນໃຫ້ສັດລ້ຽງ ຊຶ່ງປີ 2025 ມີຄໍາຂວັນສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກປະຈໍາປີ 2025 ເຈົ້າ, ຂ້ອຍ ແລະ ພວກເຮົາທຸກຄົນມາຮ່ວມແຮງຮ່ວມໃຈກັນຕ້ານພະຍາດວໍ້.                                                                              ………………

ຂ່າວ+ພາບ: ຄໍາໝັ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa