ແຂວງໄຊຍະບູລີ ຮ່ວມພິທີ ໂຮມຊຸມນຸມ ການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບ ຮອບ 75 ຜ່ານລະບົບທາງໄກ.

ພິທີ ໂຮມຊຸມນຸມໃຫຍ່ ການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບ ຮອບ 75 (13 ສິງຫາ 1950 – 13 ສິງຫາ 2025) ໄດ້ຈັດຂຶ້ນໃນວັນທີ 13 ສິງຫາ 2025 ນີ້ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ,ໂດຍເປັນກຽດຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ ປະທານ ປະເທດ ແຫ່ງ ສປປ ລາວ, ມີບັນດາການນໍາ-ອາດີດການນໍາຂັ້ນສູງພັກ-ລັດ, ກຳມະການແນວລາວສ້າງຊາດແຕ່ລະຂັ້ນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ສໍາລັບແຂວງໄຊຍະບູລີ ໄດ້ຈັດຂຶ້ນຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມ ຂອງທ່ານ ພົງສະຫັວນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ພະນັກງານອາວຸໂສບຳນານ ຕະຫຼອດຮອດພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ເຂົ້າຮ່ວມ.

ກ່ອນເຂົ້າສູ່ພິທີ ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມສາລະຄະດີແນວລາວສ້າງຊາດ ແລະ ຊົມການສະແດງ ສີລະປະ 3 ລາຍການ; ຈາກນັ້ນໃນພິທີ ໄດ້ຮັບຟັງການລາຍງານ ການເຄື່ອນໄຫວ ຂອງແນວລາວສ້າງຊາດ ຄົບຮອບ 75 ປີ ໂດຍທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ໃນໂອກາດນີ້ກໍ່ໄດ້ຮັບຟັງ ບົດສູນທູນພົດ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອ ປະຫວັດຄວາມເປັນມາ,  ການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ, ຜົນງານພົ້ນເດັ່ນຂອງແນວລາວສ້າງຊາດໃນແຕ່ລະໄລຍະ; ໄດ້ປະກອບສ່ວນ ສໍາຄັນໃຫຍ່ຫຼວງ ເຂົ້າໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ, ເພີ່ມທະວີ ແລະ ເປີດກວ້າງກ້ອນກຳລັງສາມັກຄີປະຊາຊົນບັນດາເຜົ່າ, ຍົກສູງຄັນທຸງເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໜາຂອງປວງຊົນທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວອິດສະຫຼະ, ແນວລາວຮັກຊາດ, ໂດຍສະເພາະ ມູນເຊື້ອໃກ້ຊິດຕິດແທດກັບປະຊາຊົນ ແລະ ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ເພື່ອປຸກລະດົມກໍາລັງແຮງທົ່ວສັງຄົມ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເອກະພາບເປັນອັນໜຶ່ງອັນດຽວ ແລະ ຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການສ້າງຄອບຄົວ-ບ້ານສາມັກຄີປອງດອງ ຂະບວນການຮັກບ້ານເກີດ ໃຫ້ປະກົດຜົນເປັນຈິງ.

ຂ່າວ: ມະໄລວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa