ກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 22 ກໍລະກົດ 2025 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ,ເຈົ້າແຂວງໄຊຍະບູລີ, ມີບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ອາດີດການນໍາຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ສະມາຊິກສະພາປະຊາຊົນແຂວງ, ນັກປະຕິວັດອາວຸໂສ-ບໍານານ, ນັກທຸລະກິດ ,ນາຍບ້ານເທດສະບານ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ຊຶ່ງທ່ານໄດ້ກ່າວວ່າ: ໂດຍປະຕິບັດຕາມລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງເອົາບັນຫາພຶ້ນຖານສໍາຄັນຄື: ບົດລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຂອງແຂວງ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ຂອງແຂວງ,ບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍທົ່ວແຂວງ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030),ບົດລາຍງານ ກ່ຽວກັບການປະເມີນ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ອານຸລັກຊ້າງບ້ານ, ບົດລາຍງານ ກ່ຽວກັບການປະເມີນ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ,ບົດລາຍງານ ກ່ຽວກັບການປະເມີນ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ພັດທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ,ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງເມືອງ 11 ເມືອງ ຂອງແຂວງໄຊຍະບູລີ, ບົດລາຍງານ ກ່ຽວກັບການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ II ກອງປະຊຸມ ຍັງໄດ້ຮັບຟັງການແຈ້ງຜົນການແຕ່ງຕັ້ງຮັກສາການຫົວໜ້າພະແນກການຂັ້ນແຂວງ ແລະ ຮັບຟັງການປະກອບຄໍາເຫັນ ຂອງຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ຮັບຟັງການຊີ້ແຈງເພີ່ມເຕີມຈາກທ່ານເຈົ້າແຂວງ ແລະ ການຊີ້ແຈງ ຂອງບັນດາພະແນກການ, ກົມກອງ, ພາກສ່ວນກ່ຽວຂ້ອງ ຈໍານວນໜຶ່ງ ຕໍ່ຄໍາຊັກຖາມ ແລະ ຕໍ່ເນື້ອໃນທີ່ນໍາເຂົ້າມາພິຈາລະນາ. ກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ດໍາເນີນເປັນເວລາ 2 ວັນ ຈຶ່ງສໍາເລັດ.
ຂ່າວ+ພາບ: ຄໍາໝັ້ນ