ໃນຕອນເຊົ້າວັນທີ 21 ສິງຫາ 2025 ນີ້ ຢູ່ທີ່ເດີ່ນສະໜາມຫຼວງຂອງແຂວງໄຊຍະບູລີ ໄດ້ຈັດພິທີເປີດການແຂ່ງຂັນກິລາຂັ້ນແຂວງເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ VIII ເປັນກຽດເຂົ້າຮ່ວມຂອງທ່ານ ເພັດພິໄຊ ສູນວິໄລີ ຮອງເຈົ້າແຂວງໄຊຍະບູລີ ປະທານສະມາຄົມກິລາກາຍຍະກໍາແຂວງ, ມີກໍາມະການພັກແຂວງ,ຫົວໜ້າ,ຮອງຫົວໜ້າພະແນກການ, ອົງການ, ກົມກອງ,ຄູຝຶກ,ນັກກິລາ, ນັກຮຽນ-ນັກສຶກສາ, ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ໃນພິທີ ທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ຂຶ້ນຜ່ານຄວາມພ້ອມການຈັດການແຂ່ງຂັນກິລາຂັ້ນແຂວງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ VIII ແລະ ຄັດເລືອກນັກກິລາເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ປີ 2025 ທີ່ນະຄອນຫຼວງວຽງຈັນ ວ່າ: ວັນທີ 19 ສິງຫາ 2025 ຜ່ານມາ ຄະນະກຳມະການເຕັກນິກໄດ້ສຳເລັດຈັດກອງປະຊຸມເຕັກນິກເພື່ອຜ່ານລະບຽບ, ຈົກສະຫຼາກຄູ່ແຂ່ງຂັນ ແລະ ອອກຕາຕະລາງການແຂ່ງຂັນແຕ່ລະປະເພດກິລາ ສໍາເລັດ ແລະ ກຳນົດສະຖານທີ່ຈັດການແຂ່ງຂັນກິລາແຕ່ລະປະເພດຄື: ສະໜາມຫຼວງ ແລະ ເດີ່ນບານເຕະໂຮງຮຽນ ມສ ໄຊຍະບູລີ ເປັນສະຖານທີ່ແຂ່ງຂັນບານເຕະ (ຍິງ-ຊາຍ), ເດີ່ນກິລາຮົ່ມແຂວງ ແຂ່ງຂັນບານສົ່ງ (ຍິງ-ຊາຍ), ເດີ່ນສະໂມສອນກິລາໂຮງຮຽນ ມສ ໄຊຍະບູລີ ແຂ່ງຂັນ ກະຕໍ້ (ຊາຍ), ການແຂ່ງຂັນຄັ້ງນີ້ເພື່ອຊິງຂັນຂອງທ່ານເຈົ້າແຂວງໄຊຍະບູລີ. ຈາກນັ້ນ ທ່ານ ເພັດພິໄຊ ສູນວິໄລີ ຮອງເຈົ້າແຂວງໄຊຍະບູລີ ປະທານສະມາຄົມກິລາກາຍຍະກໍາແຂວງ ໄດ້ກ່າວເປີດການແຂ່ງຂັນກິລາຂັ້ນແຂວງເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ VIII ຢ່າງເປັນທາງການ ເຊິ່ງທ່ານໄດ້ກ່າວວ່າ: ຕະຫຼອດເວລາທີ່ຜ່ານມາ ພັກ-ລັດ ໄດ້ຖືເອົາວຽກງານກິລາກາຍຍະກຳ ເປັນວຽກງານໜຶ່ງທີ່ສໍາຄັນ ໃນການພັດທະນາຊັບພະຍາກອນມະນຸດ ທາງດ້ານສຸຂະພາບ ຮ່າງກາຍ ແລະ ຈິດໃຈ ສ້າງໃຫ້ຄົນເຮົາເປັນ ຜູ້ທີ່ມີຄວາມດຸໝັ່ນ, ອົດທົນ, ທຸ່ນທ່ຽງ, ເຂັ້ມແຂງ, ເສຍສະຫຼະ, ມີລະບຽບວິໄນ, ມີນໍ້າໃຈຮັກຊາດ ເຮັດໃຫ້ສັງຄົມມີຊີວິດຊີວາ ແລະ ມີບັນຍາກາດເບີກບານມ່ວນຊື່ນ ແນໃສ່ເພື່ອສົ່ງເສີມດ້ານພອນສະຫວັນ, ຍົກສູງຖານະບົດບາດ, ກຽດສັກສີຂອງຊາດ ແລະ ເພີ່ມທະວີຄວາມສາມັກຄີ, ມິດຕະພາບ ສາມາດເຊື່ອມໂຍງ ກັບອານຸພາກພື້ນ ແລະ ສາກົນ. ການຈັດການແຂ່ງຂັນກິລາໃນຄັ້ງນີ້ ແມ່ນເປັນການສືບຕໍ່ພາຍຫຼັງທີ່ໄດ້ສຳເລັດການແຂ່ງ 3 ເຂດໃນທົ່ວແຂວງ ເພື່ອເປັນການສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ແລະ ທັງເປັນການຄັດເລືອກເອົານັກກິລາເຂົ້າຮ່ວມການແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ປີ 2025 ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ.
ຂ່າວ+ພາບ: ຄໍາໝັ້ນ