ແຂວງໄຊຍະບູລີ ແລະ ແຂວງວຽງຈັນແລກປ່ຽນບົດຮຽນຮ່ວມກັນ

ວັນທີ 02 ເມສາ 2026 ຢູ່ທີ່ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບສະພາບການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຊົດເຊີຍ ແລະ ການຈັດສັນ – ຍົກຍ້າຍ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າຂອງປາກລາຍ, ໂດຍພາຍໃຕ້ການເປັນປະທານກອງປະຊຸມຂອງທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ທ່ານ ພຸທະນຸເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ມີຄະນະນໍາຂອງແຂວງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະການທີ່ກ່ຽວຂ້ອງ ຂອງແຂວງໄຊຍະບູລີ ແລະ ແຂວງວຽງຈັນ, ເລຂາຄະນະບໍລິຫານພັກເມືອງ, ຮອງປະທານຄະນະກຳມະການປົກຄອງແຂວງ, ວິຊາການທີ່ກ່ຽວຂ້ອງ ຂອງທັງສອງແຂວງ ແລະ ບໍລິສັດ ໄຟຟ້າປາກລາຍ ຈໍາກັດ ເຂົ້າຮ່ວມ.

ກອງປະຊຸມໃນເທື່ອນີ້ເປັນການພົບປະແລກປ່ຽນເທື່ອທໍາອິດ ແລະ ເປັນຂີດໝາຍອັນສຳຄັນໃນການຮັດແໜ້ນຄວາມສາມັກຄີ ແລະ ການປະສານງານຮ່ວມກັນ ລະຫວ່າງ ສອງແຂວງ, ເພື່ອຮັບປະກັນໃຫ້ແກ່ວຽກງານດ້ານຕ່າງໆ ໃຫ້ໄດ້ດຳເນີນໄປຢ່າງມີປະສິດທິພາບໃນຕໍ່ໜ້າ, ໂດຍມີໜ້າວຽກຈຸດສຸມຮ່ວມກັນຄື:ການຄຸ້ມຄອງ ແລະ ສະກັດກັ້ນການລັກລອບຂຸດຄົ້ນແຮ່ທາດ, ພວກເຮົາຄວນສ້າງລະບຽບການຮ່ວມກັນຢ່າງເຂັ້ມງວດ ໃນກໍລະນີພົບເຫັນຜູ້ລັກລອບຂຸດຄົ້ນ, ຝ່າຍທີ່ພົບເຫັນມີສິດກັກໂຕ ແລະ ຕ້ອງແຈ້ງປະສານງານຫາອີກຝ່າຍໃຫ້ຊາບພາຍໃນກຳນົດ 24 ຊົ່ວໂມງ, ສໍາລັບການປັບໃໝ ແລະ ຄິດໄລ່ຄ່າສິນເປືອງຕ່າງໆ ຕ້ອງປະຕິບັດຕາມລະບຽບການຂອງກະຊວງທີ່ກ່ຽວຂ້ອງ, ການຂຶ້ນທະບຽນ ແລະ ກວດກາພາຫະນະທາງນໍ້າ ທັງສອງແຂວງຕ້ອງກວດກາ ແລະ ຈຳແນກປະເພດເຮືອ (ເຮືອຂົນສົ່ງ, ເຮືອທ່ອງທ່ຽວ, ເຮືອດູດຫີນແຮ່ຊາຍ) ໃຫ້ລະອຽດແລ້ວແລກປ່ຽນຂໍ້ມູນກັນ, ຫາກພົບເຫັນການນຳໃຊ້ເຮືອຜິດເປົ້າໝາຍ ໃຫ້ສັ່ງຢຸດເຊົາທັນທີ, ມອບໃຫ້ຄະນະຮັບຜິດຊອບ RMU ຂອງທັງສອງແຂວງ ເພີ່ມທະວີການປະສານງານກັບບໍລິສັດ ເຂື່ອນໄຟຟ້າປາກລາຍ ໃຫ້ກົມກຽວກວ່າເກົ່າ ໂດຍສະເພາະແມ່ນການກໍານົດຫົວໜ່ວຍລາຄາຊົດເຊີຍ, ໃຫ້ຮີບຮ້ອນສົມທົບກັບບໍລິສັດ ຈັດຕັ້ງປະຕິບັດບັນດາກິດຈະກໍາໃນແຜນວຽກໃຫ້ໄປຕາມຄາດໝາຍໂດຍສະເພາະແມ່ນການລົງສໍາຫຼວດປັກມຸດພື້ນທີຄືນໃໝ່ໃຫ້ຊັດເຈນ, ພ້ອມທັງຄົ້ນຄວ້າປັບປຸງລາຄາຫົວໜ່ວຍຊົດເຊີຍລະຫວ່າງ 2 ແຂວງ ໃຫ້ມີຄວາມ     ເໝາະສົມ ແລະ ເປັນເອກະພາບກັນ ເພື່ອປ້ອງກັນບໍ່ໃຫ້ເກີດມີຫາງສຽງຈົ່ມວ່າຈາກປະຊາຊົນ, ຕໍ່ກັບບໍລິສັດ ໄຟຟ້າປາກລາຍ ແມ່ນໃຫ້ສັງລວມລາຍງານຄະນະຮັບຜິດຊອບຢ່າງປົກກະຕິເປັນຕົ້ນແມ່ນແຮງງານເຂົ້າອອກ ຕ້ອງລາຍງານສະພາບການເຄື່ອນໄຫວ ແລະ ແຈ້ງຈຳນວນແຮງງານທັງໝົດ (ທັງຄົນລາວ ແລະ ຄົນຕ່າງປະເທດ) ຈໍານວນບໍລິສັດຍ່ອຍທີ່ຂຶ້ນກັບ, ແຈ້ງຄວາມຕ້ອງການແຮງງານທີ່ຈະນໍາໃຊ້ເຂົ້າໃນໂຄງການ ເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນທັງສອງແຂວງໄດ້ມີວຽກເຮັດງານທໍາ ຮ່ວມນໍາຮ່ວມໂຄງການສ້າງຮັບລາຍໄດ້ໃຫ້ປະຊາຊົນທັງສອງແຂວງ, ກົນໄກການພົບປະເຫັນດີໃຫ້ມີການຈັດກອງປະຊຸມຮ່ວມກັນຢ່າງໜ້ອຍ 2 ຄັ້ງຕໍ່ປີ ໂດຍປ່ຽນກັນເປັນເຈົ້າພາບ ເພື່ອສະຫຼຸບ ແລະ ຖອດຖອນບົດຮຽນຮ່ວມກັນຢ່າງຕໍ່ເນື່ອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa