ແຂວງໄຊຍະບູລີ ໂຮມຊຸມນຸມມິດຕິ່ງຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII.

ໃນຕອນເຊົ້າຂອງວັນທີ 17 ຕຸລາ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີໂຮມຊຸມນຸມມິດຕິ່ງຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ເປັນກຽດເຂົ້າຮ່ວມຂອງສະຫາຍ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາແຂກທີ່ຖືກເຊີນ,ສະມາຊິກພັກ,ພະນັກງານ-ລັດຖະກອນ, ນັກຮຽນ-ນັກສຶກສາ, ນາຍບ້ານເທດສະບານ ເຂົ້າຮ່ວມ.

ກ່ອນເຂົ້າພິທີໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈໍານວນ 5 ລາຍການ. ຈາກນັ້ນ ສະຫາຍ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຂຶ້ນກ່າວປາໄສຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIII ໄດ້ສໍາເລັດລົງຢ່າງຈົບງາມທີ່ສະໂມສອນໃຫຍ່ຂອງແຂວງໄຊຍະບູລີໃນວັນທີ 16 ຕຸລາ 2025 ນີ້ ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໃນຄັ້ງນີ້ ມີສະຫາຍ ປະລິນຍາເອກ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ປະລິນຍາເອກ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີຄະນະທິມງານຂອງສູນກາງ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຜູ້ແທນສົມບູນກອງປະຊຸມ ທີ່ໄດ້ຕາງໜ້າໃຫ້ແກ່ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ສຳນັກງານ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ບັນດາສະຫາຍຜູ້ແທນສົມບູນຈາກບັນດາເມືອງໃນທົ່ວແຂວງ ຈໍານວນ 325 ສະຫາຍ, ຍິງ 56 ສະຫາຍ. ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິານງານພັກແຂວງຊຸດໃໝ່ ແລະ ຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກບົນພື້ນຖານຖືກຕ້ອງສອດຄ່ອງກັບມາດຖານ, ເງື່ອນໄຂທີ່ກຳນົດໄວ້ ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ເຊິ່ງມີຜູ້ສະໝັກເລືອກຕັ້ງຈຳນວນ 41 ສະຫາຍ ຄັດເລືອກໄດ້ 37 ສະຫາຍ, ຍິງ 7 ສະຫາຍ, ປ່ອນບັດເລືອກຕັ້ງຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ມີຜູ້ສະໝັກເລືອກຕັ້ງ 34 ສະຫາຍ, ຍິງ 6 ສະຫາຍ, ເລືອກເອົາ 27 ສະຫາຍ, ສຳຮອງ 5 ສະຫາຍ, ຜູ້ແທນສົມບູນ 27 ສະຫາຍ, ຍິງ 4 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງໄຊຍະບູລີສະໄໝ VIII ໄດ້ເປັນເອກະສັນກັນເລືອກຕັ້ງເອົາຄະນະປະຈໍາ, ເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາ, ເລືອກຕັ້ງເອົາຄະນະປະຈຳພັກແຂວງຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ, ໄດ້ເລືອກຕັ້ງສະຫາຍ ເພັງນິລັນ ຄໍາພັນເພັງ ເປັນເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ສະຫາຍ ດວງຕາ ໄຊວຸດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ສະຫາຍ ປອ ສີສອນພັນ ບຸນສີ ເປັນຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ສະຫາຍຄໍາເຫຼັກ ແກ້ວວິໄລພອນ ເປັນປະທານກວດກາພັກແຂວງໄຊຍະບູລີ, ສະຫາຍ ໜູໄຊ ນໍກີຢ່າ ເປັນຮອງປະທານກວດກາພັກແຂວງໄຊຍະບູລີ, ສະຫາຍ ສີທອນ ພັນທະວົງ ເປັນຮອງປະທານກວດກາພັກແຂວງໄຊຍະບູລີ, ທ່ານ ທອງສຸກ ເຊັງທໍ່ ເປັນຮອງປະທານກວດກາພັກແຂວງໄຊຍະບູລີ.

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa