ແຂວງ ໄຊຍະບູລີ ຈັດກອງປະຊຸມຄະນະຊີ້ນຳຂັ້ນແຂວງຄັ້ງທີ lll ຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ v ປີ 2025.

ໃນຕອນເຊົ້າຂອງວັນທີ 21  ສິງຫາ 2025 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມຄະນະຊີ້ນໍາຂັ້ນແຂວງ ຄັ້ງທີ່ lll ຂອງການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ຄັ້ງທີ່ v ປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ໄຊຍະບູລີ  ຫົວໜ້າຄະນະຊີ້ນ້ຳຊັ້ນແຂວງ , ມີຮອງຫົວໜ້າຄະນະຊີ້ນຳຂັ້ນແຂວງ, ບັນດາຄະນະຊີ້ນໍາແຂວງ, ຫົວໜ້າຄະນະຊີ້ນຳຂັ້ນເມືອງ, ຫົວໜ້າຫ້ອງການສຳຫຼວດຂັ້ນແຂວງ ແລະ ຊັ້ນເມືອງເຂົ້າຮ່ວມແລະເຊິ່ງໜ້າ ແລະທາງໄກ.

ທ່ານ ຄຳເຫຼັກ ແກ້ວວິໄລພອນ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງ ໄຊຍະບູລີ ຮອງຫົວໜ້າຄະນະຊີ້ນ້ຳຂັ້ນແຂວງ ໄດ້ລາຍງານການກະກຽມວຽກງານດັ່ງກ່າວມາຮອດປະຈຸບັນພວກເຮົາໄດ້ສໍາເລັດກອງປະຊຸມຄະນະຊີ້ນຂັ້ນແຂວງ 2 ຄັ້ງ ໄດ້ອອກຂໍ້ຕົກລົງຂອງທ່ານເຈົ້າແຂວງແຕ່ງຕັ້ງຫົວໜ້າຄະນະຊີ້ນ້ຳຂັ້ນແຂວງ,ຫົວໜ້າຄະນະຊີ້້ນຳຂັ້ນເມືອງ ພ້ອມທັງສ້າງຕັ້ງຫ້ອງການສຳຫຼວດພົນລະເມືອງຂັ້ນແຂວງ ແລະ ຂັ້ນເມືອງ.ຮັບຮອງແຜນດຳເນີນງານ, ຂໍ້ຕົກລົງແລ້ວສາມຮັບຜິດຊອບຂອງຄະນະຊີ້ນ້ຳ,ແຜນງົບປະມານແລະ ໄດ້ເຂົ້າຮ່ວມກອງປະຊຸມຄະນະຊີ້ນຳລະດັບຊາດ 4 ຄັ້ງ. ການດຳເນີນການເກັບກຳຂໍ້ມູນຂ່າວສານດ້ານພູມສາດ ດ້ວຍລະບົບແຜນທີ່ ເພື່ອຂື້ນບັນຊີບັນດາອາຄານ,ໂຄງສ້າງ ພ້ອມທັງຈຸດທີ່ຕັ້ງ ແລະ ຂໍ້ມູນລາຍລະອຽດຂອງແຕ່ລະອາຄານ ໂດຍນ້ຳໃຊ້ແທັບເລັດ(CAPI) ເຂົ້າໃນການເກັບກຳຂໍ້ມູນ ແລະກຳນົດແຜນທີ່ເຂດສຳຫຼວດດ້ວຍລະບົບພາບຖ່າຍດາວທຽມ (GIS) .ສະລັບແຂວງ ໄຊຍະບູລີ ມີເຂດສຳຫຼວດທັງໜົດ 271 ເຂດ , ໃນນີ້ ເມືອງ ໄຊຍະບູລີ 60 ເຂດ , ເມືອງ ຄອບ 20 ເຂດ , ເມືອງ ຫົງສາ 38 ເຂດ, ເມືອງ ຊຽງຮ່ອນ 35 ເຂດ , ເມືອງເງີນ20 ເຂດ, ເມືອງ ພຽງ16 ເຂດ, ເມືອງ ປາກລາຍ26 ເຂດ, ເມືອງ ແກ່ນທ້າວ26 ເຂດ, ເມືອງ ບໍແຕນ10 ເຂດ, ເມືອງທົ່ງມີໄຊ10ເຂດ,ແລະເມືອງ ໄຊສະຖານ 10 ເຂດ ເຊິ່ງໄດ້ດຳເນີນການເກັບກໍາຂໍ້ມູນໃນໄລຍະທີ່ສະໜອງນັບແຕ່ວັນທີ່ 7 ເມສາ ຫາ 27 ພຶດສະພາ 2025 .ແຜນການປະຕິບັດຕົວຈິງສາມາດສັງລວມຂໍ້ມູນເບື້ອງຕົ້ນຄື: ມີອາຄານທີ່ຖຶກຈົດນັບທັງໜົດ 55.469 ຫຼັງ, ໃນນີ້  ອາຄານນຳໃຊ້ເປັນທີ່ຢູ່ອາໄສ41.243 ອາຄານ ກວມເອົາ 74,5%. ແລະອາຄານທີ່ນຳໃຊ້ໃນເປົ້າໜາຍອື່ນໆ ອາຄານ14.226 ຫຼັງ ກວມເອົາ 25,5% .ຈາກນັ້ນຕ່າງໝ້າພະແນກການ, ອົງການ,ກົມກອງ ໄດ້ປະກອບຄຳເຫັນກ່ຽວກັບການກະກຽມການສຳຫຼວດພົນລະເມືອງແລະທີ່ຢູ່ອາໄສ.ໃນພິທີ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ໄຊຍະບູລີ ໄດ້ໃຫ້ທິດຊີ້ນ້ຳ ແລະ ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຮຽກຮອ້ງໃຫ້ໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ຕ້ອງຖືສໍາຄັນວຽກງານດັ່ງກ່າວ ເປັນວຽກງານບຸລິມະສິດ, ເປັນພັນທະໜ້າທີ່ທີ່ຕ້ອງໄດ້ປະກອບສ່ວນ ແລະ ນຳພາ-ຊີ້້ນໍ້າຢ່າງໃກ້ສິດ.ໃຫ້ແຕ່ລະເມືອງຄັດເລືອກເອົານັກເດີນ, ນັກກວດກາ ແລະ ຄູຝຶກ ໃຫ້ໄດ້ຕາມມາດຖານເງື່ອນໄຂທີ່ສູນກາງກຳນົດ ເພື່ອຮັບປະກັນໃຫ້ວຽກສຳເລັດຕາມລະດັບຄາດໝາຍ.

ຂ່າວ+ພາບ: ຂັນແກ້ວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa