
………………
ໃນຕອນເຊົ້າຂອງວັນທີ 4 ກຸມພາ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງແຂວງ ໄຊຍະບູລີ ໄດ້ຈັດຝຶກອົບຮົມ ວຽກງານຈັດຕັ້ງໂຄສະນາຫາສຽງ ໃຫ້ແກ່ຜູ້ຮັບສະໝັກເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ພາຍໃຕ້ການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ມີຄະນະປະຈຳພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ,ບັນດາທ່ານ ຜູ້ສະໝັກຮັບເລືອກຕັ້ງສະມາຊິກເປັນສະມະຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເຂົ້າຮ່ວມ.
ໃນຊຸດຝຶກອົບຮົມຄັ້ງນີ້ຜູ້ເຂົາຮ່ວມໄດ້ຮັບຟັງ ເຊື່ອມຊືມເອກະສານທີ່ສຳຄັນດັ່ງນີ້ ເຊື່ອມຊຶມ ຄໍາແນະນໍາ ເລກທີ 16/ຄລຊ ວັນທີ 12/1/2026 ກ່ຽວ ກັບການຈັດຕັ້ງໂຄສະນາຫາສຽງ ແລະການຕິດຮູບ-ປະຫວັດຫຍໍ້ຂອງ ຜູ້ຮັບສະໝັກເລືອກຕັ້ງ ເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເຜີຍແຜ່ມະຕິກົມການເມືອງສູນກາງພັກ ເລກທີ 26/ກມສພ, ລົງວັນ ທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີ ການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ ຕໍ່ວຽກງານການເລືອກຕັ້ງຄັ້ງນີ້, ເຜີຍແຜ່ຮໍ່າຮຽນລົງເລິກພາລະບົດບາດ ສິດ ແລະ ໜ້າທີ່ ຂອງ ສະພາ ແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດຕາມທີກຳນົດໄວ້ໃນ ມາດຕາ 18 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບປີ 2024, ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງທີ່ກຳນົດໄວ້ໃນ ມາດຕາ 27 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ຄໍາແນະນໍາເພີ່ມເຕີມ ກ່ຽວກັບການໂຄສະນາຫາສຽງໂດຍການຈັດຕັ້ງ ແລະ ໂດຍຜູ້ຮັບສະໝັກເລືອກຕັ້ງ ເປັນ ສສຊ, ສສຂ.ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດ,ຄຳເຫັນ ແລກປ່ຽນບົດຮຽນນຳກັນເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃຫ້ມີຜົນສຳເລັດຕາມຄາດໜາຍທີ່ວາງໄວ້.
……………….
ຂ່າວ+ພາບ: ຂັນແກ້ວ
#News.XBL