ໄຊຍະບູລີປາຖະກະຖາ ວັນປະຫວັດສາດສໍາຄັນຂອງຊາດ.

ໄຊຍະບູລີປາຖະກະຖາ ວັນປະຫວັດສາດສໍາຄັນຂອງຊາດ.
……………………….
ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2024 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ວັນປະຫວັດສາດສໍາຄັນຂອງຊາດ ໂດຍການເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ອາເມ ຊົງເຍ້ຽເລັ່ງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ກອງພົນທະຫານຮາບທີ II, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ພ້ອມດ້ວຍສະມາຊິກພັກພະນັກງານຫຼັກແຫຼ່ງຂອງແຂວງ ແລະ ເມືອງໄຊຍະບູລີເຂົ້າຮ່ວມ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ອາເມ ຊົງເຍ້ຽເລັ່ງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດປາຖະກະຖາ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງວັນປະຫວັດສາດດັ່ງກ່າວຄື: ວັນເກີດປະທານ ສຸພານຸວົງ ຄົບຮອບ 115 ປີ ( 13 /7/1909 – 13/7/2024); ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 62 ປີ (5/9/1962 – 5/9/2024) ; ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 47 ປີ. (18/7/1977 – 18/7/2024) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ( 20/7/1955-20/7/2024). ຈຸດປະສົງ ກໍ່ເພື່ອເປັນການໂຄສະນາສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ເຫັນໄດ້ບົດບາດຄວາມໜາຍຄວາມສໍາຄັນ ທັງເປັນການເສີມຂະຫຍາຍມູນເຊື້ອພິລະອາດຫານ ແລະ ຄຸນງາມຄວາມດີຂອງປະທານສຸພານຸວົງ ຕະຫຼອດໄລຍະ 115 ປີ ແລະ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບສາຍພົວພັນການທູດລາວ-ຫວຽດນາມ, ຄວາມສໍາຄັນຂອງວັນເຊັນນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ທັງໜົດນີ້ກໍ່ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈພຶດຕິກໍາຕົວຈິງ ເພື່ອຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ, ເຮັດໃຫ້ສັງຄົມມີຄວາມສະຫງົບ ສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
…………………..
ຂ່າວ+ພາບ: ສິດທິພອນ ທີແກ້ວ
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa