ໄຊຍະບູລີປາຖະກະຖາ 6 ວັນປະຫວັດສາດສໍາຄັນຂອງພັກ-ຂອງຊາດ.

ໄຊຍະບູລີປາຖະກະຖາ 6 ວັນປະຫວັດສາດສໍາຄັນຂອງພັກ-ຂອງຊາດ.
………………………..
ໃນຕອນເຊົ້າຂອງວັນທີ 16 ສິງຫາ 2024 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ວັນປະຫວັດສາດສໍາຄັນຂອງພັກ ຂອງຊາດ ໂດຍເປັນກຽດປາຖະກະຖາຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ກອງພົນທະຫານຮາບທີ II, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ນາຍທະຫານ, ນາຍຕໍາຫຼວດ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ຂອງເມືອງເຂົ້າຮ່ວມ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດປາຖະກະຖາ ຂອງ 6 ວັນປະຫວັດສາດດັ່ງກ່າວຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ (13/8/1950-13/8/2024), ວັນສື່ມວນຊົນແຫ່ງຊາດ ແລະ ວັນພິມຈໍາໜ່າຍ ຄົບຮອບ 74 ປີ (13/8/1950-13/8/2024), ວັນຍຶດອໍານາດທົ່ວປະເທດ ຄົບຮອບ 49 ປີ (23/8/1950-23/8/2024) ແລະ ວັນຍຶດອໍານາດແຂວງໄຊຍະບູລີ ຄົບຮອບ 49 ປີ (6 /8/1975-6/8/ 2024), ວັນສ້າງຕັ້ງລັດຖະທໍາມະນູນແຫ່ງຊາດ ຄົບຮອບ 33 ປີ (15/8/1991-15/8/2024). ວັນສ້າງຕັ້ງສານປະຊາຊົນ ແຫ່ງຊາດ ຄົບຮອບ 42 ປີ (15 /8/1982-15 /8/ 2024), ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 22 ປີ (9/9/2002-9/9/2024). ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ, ພາລະບົດບາດການນໍາພາຂອງພັກ, ສ້າງຄວາມຮັບຮູ້-ເຂົ້າໃຈຕໍ່ມູນເຊື້ອໃນການຕໍ່ສູ້ອັນພິລະອາດຫານຂອງແນວລາວສ້າງຊາດ ເຫັນໄດ້ຄວາມປີຊາສາມາດໃນການໂຄສະນາຂົນຂວາຍ ແລະ ການນໍາພາຕໍ່ສູ້ຈົນໄດ້ຮັບໄຊຊະນະ, ການເຄື່ອນໄຫວຂອງວຽກງານສື່ມວນຊົນ ໃນການໂຄສະນາເຜີຍແຜ່ ແລະ ເຮັດໜ້າທີ່ເປັນກະບອກສຽງຂອງຊາດ, ຂອງພັກ, ເສີມຂະຫຍາຍມູນເຊື້ອຮັກຊາດຮັກລະບອບໃໝ່, ຍົກສູງນໍ້າໃຈຮັກຊາດ, ເອົາໃຈໃສ່ສ້າງສາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ຮັກສາມູນເຊື້ອການຕໍ່ສູ້ເສຍສະຫຼະຂອງບັນພະບູລຸດ ແລະ ປະຊາຊົນບັນດາເຜົ່າໃນພາລະກິດຕໍ່ສູ້ ເພື່ອປົດປ່ອຍຊາດ, ທົບທວນຫວນຄືນຂະບວນວິວັດແຫ່ງການກໍາເນີດເກີດຂຶ້ນ ແລະ ຂະຫຍາຍຕົວ ຂອງລັດຖະທໍາມະນູນ ແລະ ກົດໝາຍ ກໍ່ຄື ການສ້າງລະບອບປະຊາທິປະໄຕ ປະຊາຊົນ, ເຊີດຊູຄວາມສັກສິດໃນການຄຸ້ມຄອງລັດດ້ວຍກົດໝາຍ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ ແລະ ເຊີດຊູຄວາມຮັບຜິດຊອບ ໃນການພັດທະນາສະຫະພັນນັກຮົບເກົ່າ ຕິດພັນກັບວຽກງານ 3 ສ້າງ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຄຽງຄູ່ກັບການປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນນັກຮົບເກົ່າ. ຈຸດປະສົງຂອງການປາຖະກະຖາ 6 ວັນປະຫວັດສາດຄັ້ງນີ້ ກໍ່ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ-ລັດຖະກອນໄດ້ຮັບຮູ້ ແລະ ເຂົ້າໃຈ, ເຫັນໄດ້ບົດບາດຄວາມໝາຍຄວາມສໍາຄັນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ເຂົ້າໃນພຶດຕິກໍາຕົວຈິງເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ເຮັດໃຫ້ສັງຄົມມີຄວາມສະຫງົບສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
…………………….
ຂ່າວ: ສິດທິພອນ ທີແກ້ວ
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa