ໄຊຍະບູລີໄຂກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 11 ສະໄໝທີ VII.

ໄຊຍະບູລີໄຂກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 11 ສະໄໝທີ VII.
…………………………..
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 11 ສະໄໝທີ VII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2024 ນີ້ ທີ່້ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໂດຍການເປັນປະທານຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາສະຫາຍຮອງເລຂາ, ຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ມີກໍາມະການພັກແຂວງ, ເຂລາພັກເມືອງ, ຄະນະພັກ, ຄະນະບັນຊາກອງພົນທະຫານຮາບທີ II , ຄະນະພັກ ປກຊ, ປກສ, ມີເລຂາ, ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບັນດາພະແນກການ, ກົມກອງ, ອົງການ, ຄະນາຄານ, ຫົວໜ້າດ່ານສາກົນ ແລະ ລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມ.
ໃນວາລະກອງປະຊຸມສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດກ່າວໄຂກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 11 ສະໄໝທີ VII ຢ່າງເປັນທາງການເຊິ່ງບາງຕອນໄດ້ກ່າວວ່າ: ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ເຖິງແມ່ນວ່າສະພາບຂອງສາກົນ ແລະ ພາກພື້ນ ຍັງສຶບຕໍ່ມີການຜັນແປຢ່າງສັບສົນ ເປັນຕົ້ນແມ່ນຂໍ້ຂັດແຍ່ງທາງດ້ານການເມືອງ, ເສດຖະກິດ-ການຄ້າ ຂອງປະເທດມະຫາອໍານາດ, ທີ່ເກີດຂຶ້ນຢູ່ໃນບາງພາກພື້ນຂອງໂລກ ເຊິ່ງມັນໄດ້ສົ່ງຜົນກະທົບໂດຍທາງກົງ ແລະ ທາງອ້ອມ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ເວົ້າລວມ, ເວົ້າສະເພາະ ແຂວງໄຊຍະບູລີ ພວກເຮົາ ຍັງປະເຊີນໜ້າກັບຄວາມຫຍຸ້ງທາງດ້ານເສດຖະກິດ ເປັນຕົ້ນ: ໄພເງິນເຟີ້, ນໍ້າມັນແພງ, ຄ່າຄອງຊີບສູງ, ບວກກັບໄພທຳມະຊາດ, ການລະບາດພະຍາດຄົນ-ສັດ ແລະ ບັນຫາປະກົດການຫຍໍ້ທໍ້ດ້ານຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ອັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືຊີວິດການເປັນຢູ່ຂອງພະນັກງານລັດຖະກອນ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ, ທັງໝົດນັ້ນ ໄດ້ກາຍເປັນສິ່ງທ້າທາຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະພັກ, ອໍານາດການປົກຄອງແຕ່ລະຂັ້ນ ຢ່າງບໍ່ໜ້ອຍ. ແຕ່ເຖິງຢ່າງໃດກໍ່ຕາມ ພາຍໃຕ້ການນຳພາ-ຊີ້ນໍາ ຂອງພັກ ແລະ ລັດຖະບານ ກໍ່ຄືຂອງຄະນະພັກຂັ້ນຕ່າງໆ ດ້ວຍຄວາມຮັບຜິດຊອບຢ່າງເປັນເຈົ້າການ, ບວກກັບການປະກອບສ່ວນຢ່າງຕັ້ງໜ້າ ຂອງຜູ້ປະກອບການພາຍໃນ-ຕ່າງປະເທດ ແລະ ຄວາມບຸກບືນ-ຕື່ນຕົວ ຂອງປະຊາຊົນບັນດາເຜົ່າ ພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ສິ່ງທີ່ເປັນພື້ນຖານສໍາຄັນ ແມ່ນແຂວງພວກເຮົາຍັງສຶບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ,ປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ເສດຖະກິດ ເຖິງວ່າມີຄວາມຫຍຸ້ງຍາກ ແຕ່ການຜະລິດສະບຽງອາຫານ, ຜະລິດເພື່ອທົດແທນການນໍາເຂົ້າ ແລະ ຜະລິດສິນຄ້າ ເພື່ອສົ່ງອອກຂອງປະຊາຊົນ ຍັງສຶບຕໍ່ຂະຫຍາຍຕົວຕໍ່ເນື່ອງ ແລະ ມີບາງປະເພດສິນຄ້າ ທຽບໃສ່ຜ່ານມາເພີ່ມຂື້ນ ຄາດວ່າໝົດປີການເຕີບໂຕເສດຖະກິດຂອງແຂວງ ຈະບັນລຸຄາດໝາຍວາງໄວ້ 5,5%, ເກັບລາຍຮັບເຂົ້າງົບປະມານ ແລະ ການລະດົມທຶນ (ເງິນຝາກ) ບັນລຸຄາດໝາຍ, ໄດ້ຈໍາກັດບາງປະເພດສິນຄ້າ ທີ່ພາຍໃນສາມາດຜະລິດເອງໄດ້ ຫ້າມນໍາເຂົ້າຈາກຕ່າງປະເທດ ເປັນຕົ້ນແມ່ນໝວດອາຫານ: ຊີ້ນ, ປາ ແລະ ພຶດຜັກຈໍານວນໜື່ງ, ອຸດສາຫະກໍາປຸງແຕ່ງຂະໜາດນ້ອຍ, ຂະໜາດກາງ ຮັບການຊຸກຍູ້ສົ່ງເສີມມີຄຸນນະພາບດີຂື້ນ; ພື້ນຖານໂຄງລ່າງຖະໜົນຫົນທາງ ໄດ້ຮັບການກໍ່ສ້າງສ້ອມແປງໃຫ້ມີຄວາມສະດວກຂື້ນກວ່າຜ່ານມາ, ສະພາບການຮຽນ-ການສອນຂອງຄູ-ອາຈານ ເຖິງວ່າມີຄວາມຫຍຸ້ງຍາກ ແຕ່ພວກເຮົາກໍ່ມີຄວາມພະຍາຍາມແກ້ໄຂ ແລະ ໄດ້ດໍາເນີນເປັນປົກກະຕິ, ນໍ້າໃຈການບໍລິການຂອງແພດໝໍ ໄດ້ຮັບປັບປຸງເຂົ້າສູ່ລະບົບຍົກລະດັບດີຂື້ນ, ໄດ້ນໍາພາຈັດຝຶກອົບຮົມເລຂາໜ່ວຍພັກ, ນາຍບ້ານ ສໍາເລັດທົ່ວແຂວງ ແລະ ສຶບຕໍ່ຫັນລົງຮາກຖານການເມືອງ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢ່າງເປັນປົກກະຕິ, ການບໍລິຫານລັດ ໄດ້ຫັນມາບໍລິຫານດ້ວຍລະບຽບກົດໝາຍ, ນິຕິກໍາລຸ່ມກົດໝາຍ ມີຄວາມສັກສິດຂື້ນເປັນກ້າວໆ. ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ແລະ ຕີລາຄາຄວາມຮັບຜິດຊອບການເມືອງ ຂອງຄະນະພັກຂັ້ນຕ່າງໆ ໃນໄລຍະ 6 ເດືອນຜ່ານມາ ໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ລະບຽບກົດໝາຍຂັ້ນເທິງວາງອອກ ເພື່ອໃຫ້ເຫັນໄດ້ດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ແລະ ສາເຫດໃນການນໍາພາ ຂອງຄະນະພັກແຕ່ລະຂັ້ນ, ຈາກນັ້ນພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ ແລະ ເອກະພາບ ຕໍ່ກັບທິດທາງມາດຕະການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ໃນ 6 ເດືອນທ້າຍປີ 2024 ເພື່ອໃຫ້ບັນລຸຄາດໝາຍວາງໄວ້. ກອງປະຊຸມຂອງພວກເຮົາ ຈະໄດ້ດໍາເນີນ ເປັນເວລາ 02 ວັນເຕັມ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງບົດສະຫຼຸບ ຕີລາຄາການນໍາພາ-ຊີ້ນໍາ ວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີ ແລະວາງທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2024 ຂອງຄະນະບໍລິຫານງານພັກແຂວງ. ຮັບຟັງລາຍງານ ລົງເລິກກ່ຽວກັບຍົກສູງການນໍາພາ ສຶກສາອົບຮົມວຽກງານການເມືອງແນວຄິດ ແລະ ແກ້ໄຂບັນຫາຫຍໍ້ທໍ້ໃນກໍລະນີຕ່າງໆ ຂອງສະມາຊິກພັກພະນັກງານ. ຮັບຟັງການລາຍງານ ກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ນໍາເຂົ້າພາຫະນະບໍ່ຖືກຕ້ອງ ຕິດພັນກັບການຕິດ ຕາມຄຸ້ມຄອງສະຖານທີ່ບັນເທີງ, ຮ້ານອາຫານ, ໂຮງແຮມ-ບ້ານພັກ ຫຼື ຕາມຈຸດຫຼໍ່ແຫຼມຕ່າງໆ ແລະ ອື່ນໆ, ຮັບຟັງລາຍງານກ່ຽວກັບ ການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ຕາມມະຕິ19/ກມສພ ແລະ ຂໍ້ຕົກລົງເລກທີ 892/ຈຂ, ຮັບຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ແລະ ການຈັດເກັບລາຍຮັບດ້ວຍລະບົບທັນສະໄໝ,ຮັບຟັງລາຍງານກ່ຽວກັບ ການຄຸ້ມຄອງດິນ 8 ປະເພດ ແລະ ອອກໃບຕາດິນໃນທົ່ວແຂວງ, ຮັບຟັງລາຍງານກ່ຽວກັບ ການຜະລິດເພື່ອທົດແທນການນໍາເຂົ້າ, ການຄຸ້ມຄອງປ່າໄມ້, ປ່າແຫຼ່ງນໍ້າ ແລະ ຄຸ້ມຄອງການບຸກເບີກໄຖດິນກະສິກໍາ. ຮັບຟັງລາຍງານກ່ຽວກັບ ຜົນການກວດກາ ແລະ ການປະເມີນໂຄງການບໍ່ແຮ່ ພາຍໃນແຂວງ ແລະ ສະ ເໜີມາດຕະການແກ້ໄຂໃນຕໍ່ໜ້າ. ຮັບຟັງລາຍງານ ກ່ຽວກັບການຄຸ້ມຄອງ, ການປົກປັກຮັກສາ ແລະ ການແກ້ໄຂສະພາບເສັ້ນທາງເປ່ເພ ຢູ່ພາຍໃນແຂວງ. ຮັບຟັງການລາຍງານ ກ່ຽວກັບການປັບປຸງຄຸນນະພາບການສຶກສາ ແລະ ການແກ້ໄຂບັນການປະລະການຮຽນຂອງນັກຮຽນ ແລະ ຄູອາຈານ. ຮັບຟັງການລາຍງານກ່ຽວກັບບັນຫາຄວາມຫຍຸ້ງຍາກຂາດແຄນແຮງງານຢູ່ພາຍໃນແຂວງ. ຮັບຟັງການລາຍງານ ກ່ຽວກັບການຕີລາຄາ ແລະ ໃຫ້ທິດຊີ້ນໍາ ຍົກສູງນະພາບການດໍາເນີນຄະດີຕາມຂະບວນຍຸດຕິທໍາ ຕາມມະຕິເລກທີ 112/ກມສພ ລົງວັນທີ 02 ມິຖຸນາ 2020 ແລະ ຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາສະຫາຍກໍາມະການພັກແຂວງ, ພະນັກງານຫຼັກແຫຼ່ງ, ຜູ້ແທນກອງປະຊຸມຈາກພາກສ່ວນຕ່າງໆ. ສັງລວມແລ້ວ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 11 ສະໄໝທີ VII ຂອງພວກເຮົາໃນຄັ້ງນີ້ ເນື້ອແທ້ກໍ່ແມ່ນການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເຂົ້າສູ່ຊີວິດຕົວຈິງ.
……………..
ຂ່າວ+ພາບ: ສິທິພອນ ທີແກ້ວ
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa