

ໜ່ວຍພັກບ້ານຜາປູນ ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ
ໃນຕອນບ່າຍວັນທີ 29 ມັງກອນ 2026 ນີ້ ໜ່ວຍພັກບ້ານຜາປູນ ເມືອງ ໄຊຍະບູລີ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນທີ່ຫ້ອງປະຊຸມຂອງບ້ານດັ່ງກ່າວ; ໂດຍການເປັນປະທານຂອງສະຫາຍນາງ ສາຍສະຫວັນ ນວນສະຫວ່າງ ເລຂາໜ່ວຍພັກບ້ານຜາປູນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງ ເພັດລາກອນ ຄຳອ່ອນ ກຳມະການພັກເມືອງ ປະທານສະຫະພັນກຳມະບານເມືອງ, ມີຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ສະຫາຍ ສົມລິດ ແສງຈັນ ຮອງຫົວໜ້າຫ້ອງການຄະນະຈັດຕັ້ງເມືອງໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງສະບັບເລກທີ 11, 12/ຄພມ.ຊຍ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ; ຄະນະປະຈຳພັກເມືອງ ໄຊຍະບູລີຕົກລົງເລື່ອນ ສະຫາຍ ສີທັດ ອ້ວນດີ ແລະ ສະຫາຍນາງ ນວນຈັນ ພັນທະລາດ ທີ່ໄດ້ຜ່ານສະໄໝສຳຮອງຄົບຖ້ວນເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ; ຈາກນັ້ນສະຫາຍນາງ ສາຍສະຫວັນ ນວນສະຫວ່າງ ເລຂາໜ່ວຍພັກບ້ານຜາປູນ ກໍ່ໄດ້ຂື້ນມາກ່າວຮັບເອົາສະມາຊິກພັກສົມບູນໃໝ່ພ້ອມທັງມອບມະຕິຕົກລົງ, ຕອນທ້າຍ ສະຫາຍນາງ ເພັດລາກອນ ຄຳອ່ອນ ກຳມະການພັກເມືອງ ປະທານສະຫະພັນກຳມະບານເມືອງກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີຕື່ມອີກ.
ຂ່າວ-ພາບ: ສົມພົງ ສີສະຫວັດ.