


ໃນຕອນບ່າຍວັນທີ 27 ມັງກອນ 2026 ນີ້ ໜ່ວຍພັກບ້ານສວນ ໄດ້ຈັດກອງປະຊຸມ ສະຫຼຸບປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025 ຂື້ນ; ທີ່ຫ້ອງປະຊຸມຂອງບ້ານດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ທະນູໄຊ ຄໍາມີ ເລຂາໜ່ວຍພັກບ້ານສວນ; ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພອນພິລຸນ ປີ່ນທິບ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ກຳມະການພັກເມືອງ; ຫົວໜ້າ, ຮອງຫົວໜ້າຫ້ອງການ, ໜ່ວຍປະຕິບັດງານຂອງເມືອງ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ທະນູໄຊ ຄໍາມີ ເລຂາໜ່ວຍພັກບ້ານສວນ ໄດ້ຂື້ນກ່າວເປີດກອງປະຊຸມ ພ້ອມທັງ ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ບາງຕອນສະຫາຍໃຫ້ຮູ້ວ່າ: ໜ່ວຍພັກບ້ານສວນ ເປັນຮາກຖານພັກໜຶ່ງ ທີ່ສັງກັດໃນໂຄງປະກອບການຈັດຕັ້ງພັກ, ພາຍໃຕ້ການນຳພາ-ຊີ້ນຳໂດຍກົງຂອງອົງຄະນະພັກເມືອງໄຊຍະບູລີ, ມີພາລະບົດບາດເປັນແກນນໍາໃນລະບົບການເມືອງຢູ່ຮາກຖານບ້ານ; ມີໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ປະຊາຊົນບັນດາເຜົ່າພາຍໃນບ້ານ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດຢູ່ຮາກຖານບ້ານ.ໜ່ວຍພັກບ້ານສວນ ມີຄະນະໜ່ວຍພັກ 3 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກພັກ 23 ສະຫາຍ, ຍິງ 10 ສະຫາຍ; ເປົ້າໝາຍຂະຫຍາຍເຂົ້າພັກ 3 ສະຫາຍ, ຍິງ 2 ສະຫາຍ; ໜ່ວຍພັກບ້ານສວນນໍາພາ-ຊີ້ນໍາກວມເອົາ 1 ບ້ານ, ມີ 4 ອົງການຈັດຕັ້ງ, ມີ 5 ໜ່ວຍງານ ແລະ ມີ 15 ຕຳແໜ່ງງານ, ມີ 12 ໜ່ວຍຄຸ້ມຄອງພົນລະເມືອງ, ມີ 123 ຄອບຄົວ, ມີພົນລະເມືອງທີ່ມີໜ້າຕົວຈິງ 567 ຄົນ, ຍິງ 288 ຄົນ, ຈໍານວນຄົນທີ່ມີໜ້າຕາມສໍາມະໂນຄົວ 674 ຄົນ, ຍິງ 317 ຄົນ; ປະກອບມີ 4 ເຜົ່າ: ໃນນັ້ນ ເຜົ່າລາວ 547 ຄົນ, ຍິງ 282 ຄົນ, ເຜົ່າກຶມມຸ 15 ຄົນ, ຍິງ 5 ຄົນ, ເຜົ່າຍວນ 3 ຄົນ, ຍິງ 1 ຄົນ, ເຜົ່າລື້ 2 ຄົນ, ຍິງ 0 ຄົນ, ອາຊີບຕົ້ນຕໍຂອງຄົວເຮືອນ: ເຮັດວຽກກະສິກໍາ 24 ຄອບຄົວ, ເປັນພະນັກງານ 45 ຄອບຄົວ, ເຮັດວຽກການຄ້າ ແລະ ບໍລິການ 21 ຄອບຄົວ, ເຮັດວຽກຫັດຖະກໍາ-ອຸດສາຫະກໍາ 3 ຄອບຄົວ ແລະ ເຮັດວຽກອື່ນໆ 30 ຄອບຄົວ. ຕະຫຼອດໄລຍະ 1 ປີຜ່ານມາ ຄະນະພັກໄດ້ຫັນເອົາແນວທາງ, ແຜນນະໂຍບາຍຂອງພັກ, ເຊື່ອມຊືມ, ກໍາແໜ້ນເນື້ອໃນກົດລະບຽບຂອງພັກ, ມະຕິ, ຄໍາສັ່ງຕ່າງໆຂອງພັກ ຈາກນັ້ນຈຶ່ງນຳໄປຈັດຕັ້ງຜັນຂະຫຍາຍ, ມີລະບອບແບບແຜນວິທີເຮັດວຽກ, ເຮັດວຽກຕ້ອງມີໂຄງການ, ແຜນການ, ແຜນງານຢ່າງລະອຽດ, ມີການຕິດຕາມ, ກວດກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນ ແລະ ລາຍງານສ່ອງແສງຢ່າງເປັນປົກກະຕິ, ມີມູນເຊື້ອຂອງພັກ, ຂອງຊາດ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ມາເຊື່ອມຊືມໃຫ້ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າເປັນແຕ່ລະໄລຍະ ໃນສົກປີ 2025 ທົ່ວບ້ານສາມາດສ້າງລາຍໄດ້ 10,930 ລ້ານກີບ, ສະເລ່ຍໃສ່ຫົວຄົນເທົ່າກັບ 19 ລ້ານກີບຕໍ່ຄົນຕໍ່ປີ ທຽບໃສ່ເງີນໂດລາເທົ່າກັບ 877 ໂດລາ/ຄົນ/ປີ, ທຽບໃສ່ປີ 2024 ແມ່ນເຫັນວ່າເພີ່ມຂື້ນ 3 ລ້ານກວ່າກີບຕໍ່ຄົນຕໍ່ປີ ແຕ່ເມື່ອທຽບເປັນເງີນໂດຣາແມ່ນຫຼຸດລົງ 150 ໂດລາ ( ສາເຫດແມ່ນຍ້ອນອັດຕາການແລກປ່ຽນເພີ່ມຂື້ນ ).ຈັດປະເພດວຽກງານເສດຖະກິດ ໄດ້ປະເພດ ກາງ, ການຜະລິດກະສິກໍາ ແລະ ສິ່ງແວດລ້ອມ: ທົ່ວບ້ານມີດິນປຸກສ້າງມີ 128 ຕອນ ເນື້ອທີ່ 137,883 ຕາແມັດ, ດິນກະສິກໍາ 103 ຕອນ ເນື້ອທີ່ 4,935 ເຮັກຕາ ແລະ ດິນອື່ນໆ 2 ຕອນ ເນື້ອທີ່ 1,41 ເຮັກຕາ. ເນື້ອທີ່ປູກເຂົ້າທັງໝົດ 37 ເຮັກຕາ, ເນື້ອທີ່ເກັບກ່ຽວ 4,815 ເຮັກຕາ ຜົນຜະລິດເຂົ້າໄດ້ 13,48 ໂຕນ. ໃນນັ້ນ: ເນື້ອທີ່ນາປີ 15,42 ເຮັກຕາ, ເນື້ອທີ່ເກັບກ່ຽວ 15,42 ເຮັກຕາ, ຜົນຜະລິດ 57,60 ໂຕນ, ສະມັດຕະພາບໂດຍສະເລ່ຍ 3,73 ໂຕນຕໍ່ເຮັກຕາ; ເນື້ອທີ່ປູກເຂົ້ານາແຊງ 0,90 ເຮັກຕາ, ເນື້ອທີ່ເກັບກ່ຽວ 0,90 ເຮັກຕາ, ຜົນຜະລິດ 2,75 ໂຕນ ສະມັດຕະພາບ 3,05 ໂຕນຕໍ່ເຮັກຕາ, ເນື້ອທີ່ສວນເຂົ້າ 5,67 ເຮັກຕາ, ເນື້ອທີເກັບກ່ຽວ 5,67 ເຮັກຕາ, ຜົນຜະລິດ 13,48 ໂຕນ ສະມັດຕະພາບ 2,37 ໂຕນຕໍ່ເຮັກຕາ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 130 ກິໂລ/ຄົນ/ປີ; ນອກນັ້ນ ຍັງໄດ້ປູກໄມ້ສັກ 8,02 ເຮັກຕາ, ປູກໄມ້ໃຫ້ໝາກ 2,18 ເຮັກຕາ, ຜົນຜະລິດ 17,74 ໂຕນ, ປູກພຶດອຸດສາຫະກໍາ 10,18 ເຮັດຕາ, ຜົນຜະລິດ 113 ໂຕ່ນ, ປູກພຶດຜັກຕ່າງໆ 1,9 ເຮັກຕາ, ຜົນຜະລິດ 17,5 ໂຕ່ນ; ນອກຈາກນີ້ປະຊາຊົນຍັງໄດ້ສຸມໃສ່ການລ້ຽງສັດແບບຄອບຄົວ ໃນນີ້ມີ: ງົວ 74 ໂຕ, ຄວາຍ 40 ໂຕ, ໝູ 58 ໂຕ, ແບ້ 10 ໂຕ, ສັດປີກ 2,846 ໂຕ, ໜອງປາ 9 ໜອງ, ປ່ອຍປາແລ້ວ 5,500 ໂຕ.ຕີລາຄາແບ່ງປະເພດໜ່ວຍພັກຕາມ 5 ເນື້ອໃນ: ການນໍາພາດ້ານການເມືອງ ຄະແນນເຕັມ 10 ປະຕິບັດໄດ້ 7 ຄະແນນ. ການນໍາພາດ້ານແນວຄິດ ຄະແນນເຕັມ 10 ປະຕິບັດໄດ້ 7 ຄະແນນ.ການນໍາພາດ້ານການຈັດຕັ້ງ ຄະແນນເຕັມ 10 ປະຕິບັດໄດ້ 8 ຄະແນນ.ດ້ານແບບແຜນການນໍາພາ ຄະແນນເຕັມ 10 ປະຕິບັດໄດ້ 7 ຄະແນນ.ດ້ານການນໍາພາປະຕິບັດໜ້າທີ່ການເມືອງ ປະຕິບັດໄດ້ 9 ຄະແນນ.ຜ່ານການກວດກາປະເມີນຜົນ ເຫັນວ່າໜ່ວຍພັກບ້ານສວນ ໄດ້ປະເພດ: ກາງ
ຈາກນັ້ນໃນກອງປະຊຸມກໍ່ໄດ້ຜ່ານບົດບັນທຶກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງໜ່ວຍພັກປະຈຳປີ 2025, ພ້ອມນີ້ຄະນະໜ່ວຍພັກຊຸດເກົ່າກໍ່ໄດ້ຂື້ນກ່າວລາໜ້າທີ່; ຈາກນັ້ນສະຫາຍ ບີ ລໍ່ ກຳມະການພັກເມືອງ ຮອງປະທານຄະນະກວດກາພັກ ຮອງອົງການກວດກາລັດເມືອງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ໄຊຍະບູລີ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ, ຄະນະໜ່ວຍພັກບ້ານສວນ, ຄະນະປະຈຳພັກເມືອງ ໄຊຍະບູລີຕົກລົງແຕ່ງຕັ້ງ ສະຫາຍ ທະນູໄຊ ຄໍາມີ ເປັນເລຂາໜ່ວຍພັກ, ສະຫາຍ ສິງທອງ ຈັນທະວົງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນາງ ແຫຼ້ ແກ້ວຕັນ ເປັນຮອງເລຂາໜ່ວຍພັກ, ຕອນທ້າຍກອງປະຊຸມສະຫາຍ ຈັນເພັງ ແສນຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ. ຂ່າວ -ພາບ: ລັດດາວອນ ແກ້ວໄພທູນ