ໜ່ວຍພັກບ້ານໂພນຫີນຮັກສາໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໜ່ວຍພັກບ້ານໂພນຫີນ ເມືອງພຽງ ແຂວງໄຊຍະບູລີ ປະຈຳປີ 2025 ໄດ້ຈັດຂື້ນໃນວັນທີ 3 ກຸມພາ 2026 ຢູ່ທີ່ຫ້ອງປະຊຸມຂອງບ້ານພາຍໃຕ້ການເປັນປະທານຂອງສະຫາຍ ທອງແດງ ສິງຮັກ ເລຂາໜ່ວຍພັກບ້ານໂພນຫີນ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ເສນ ພັກລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາກຳມະການພັກເມືອງ, ທີມງານລົງກໍ່ສ້າງຮາກຖາພ້ອມດ້ວຍຄະນະພັກ ແລະ ສະມາຊິກພັກພາຍໃນໜ່ວຍພັກບ້ານໂພນຫີນເຂົ້າຮ່ວມ. ກອງປະຊຸມສະຫາຍ ເລຂາໜ່ວຍພັກນາຍບ້ານໄດ້ຂື້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ຂອງໜ່ວຍພັກບ້ານ ໂດຍໄດ້ຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025 ເຊີ່ງໜວ່ຍພັກບ້ານໂພນຫີນ ເປັນໜວ່ຍພັກຮາກຖານໜື່ງ ທີ່ຂຶ້ນກັບການນໍາພາ-ຊີ້ນໍາຂອງອົງຄະນະພັກເມືອງພຽງ, ມີ​ພາ​ລະ​ບົດບາດ​ໃນການ​ນຳພາ-ຊີ້ນໍາອົງການຈັດຕັ້ງຂັ້ນບ້ານຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນບ້ານ ເປັນເສ​ນາ​ທິ​ການ​ໃຫ້​ແກ່ອົງຄະນະພັກເມືອງ, ມີຄະ​ນະ​​ພັກ 3 ສະ​ຫາຍ, ມີສະມາຊິກພັກທັງໝົດ 21 ສະຫາຍ, ຍິງ 6 ສະຫາຍໃນໄລຍະຜ່ານມາຄະນະໜ່ວຍພັກໄດ້ຖືເອົາການສຶກສາອົບຮົມສະມາຊິກພັກສອດຫ້ອຍໃນທຸກວຽກງານໃຫ້ມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ເປັນເຈົ້າການປົກປ້ອງແນວທາງ, ອຸດົມການຂອງພັກ, ຕອບຕ້ານໄດ້ປະກົດການຫຍໍ້ທໍ້ຕ່າງໆ ບໍ່ໃຫ້ເກີດຂື້ນພາຍໃນບ້ານ ແລະ ສັ ງຄົມ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກກໍ່ຄຶປະຊາຊົນພາຍໃນບ້ານ ສະມາຊິກພັກທີ່ຖືກຕີລາຄາປະເມີນຜົນມີ 21 ສະຫາຍ, ຍິງ 6 ສະຫາຍ, ໃນນີ້: ໄດ້ປະເພດແຂງ 19 ສະຫາຍ,​ ປະເພດກາງ 1 ສະຫາຍ, ບໍ່ແບງ 1 ສະຫາຍ ຕີລາຄາປະເມີນຜົນໜ່ວຍພັກຕາມ 5 ດ້ານ ແມ່ນໄດ້ປະເພດແຂງທັງ 5 ດ້ານ, ຈັດປະເພດໜ່ວຍພັກເປັນໜ່ວຍພັກ ປອດໃສ່, ເຂັ້ມແຂງ, ໜັກແໜ້ນ ແລະ ໃນໂອ້ກາດນີ້ກໍ່ໄດ້ຜ່ານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງໜ່ວຍພັກພ້ອມທັງຈັບມື້ແຂ່ງຂັນເພຶ່ອສືບຕໍ່ຮັກສາແຜນການກໍ່ສ້າງໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນ ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ສະຫາຍ ເສນ ພັກລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໄດ້ມີຄຳເຫັນໂອ້ລົມສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີນຕໍ່ກັບຜົນງານການຊີ້ນຳໆພາຂອງຄະນະພັກ ສະມາຊິກພັກໃນໄລຍະຜ່ານມາພ້ອມທັງ  ເໜັ້ນໜັກໃຫ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ຢ່າງກ້ວາຂວ້າງ, ມີຄວາມສາມັກຄີພາຍໃນພັກ, ມີຄວາມເອກະພາບພາຍໃນພັກໃນການວາງແຜນການຊີ້ນຳໆພາຂອງໜ່ວຍພັກຕໍ່ກັບການພັດທະນາພື້ນຖານໂຄງລ່າງກໍ່ຄືການພັດທະນາເສດຖະກິດຂອງບ້ານ ເພຶ່ອຮັກສານາມມະຍົດ ໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນໃຫ້ມີຄວາມຍືນຍົງຕະຫຼອດໄປ.

ຂ່າວໂດຍ: ວົງສະຫວັນ ສຸທິໂວຫານ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa