

ໃນຕອນເຊົ້າວັນທີ 20 ມີນາ 2026 ນີ້ ໜ່ວຍພັກຫ້ອງວ່າການເມືອງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ຂື້ນທີ່ຫ້ອງປະຊຸມຫ້ອງການດັ່ງກ່າວ ໂດຍການເປັນປະທານຂອງ ສະຫາຍ ປອ ນາງ ກິດສະໜາ ຈັນທະຄູນ ກຳມະການພັກເມືອງ ເລຂາໜ່ວຍພັກ ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພຽນ ປັນຍາວົງ ຄະນະປະຈໍາພັກເມືອງ ປະທານຄະນະກວດກາພັກເມືອງ ປະທານອົງການກວດກາລັດເມືອງ, ມີຄະນະປະຈໍາພັກເມືອງ, ໜ່ວຍປະຕິບັດງານຂອງເມືອງ, ແຂກທີ່ຖືກເຊີນ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ສະຫາຍ ປອ ນາງ ເກດສະໜາ ຈັນທະຄູນ ກຳມະການພັກເມືອງ ເລຂາໜ່ວຍພັກ ຫ້ອງວ່າການເມືອງ ໄດ້ກ່າວເປີດກອງປະຊຸມພ້ອມທັງຜ່ານບົດສະຫຼຸບປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ບາງຕອນສະຫາຍໃຫ້ຮູ້ວ່າ: ໜ່ວຍພັກຫ້ອງວ່າການເມືອງ ເປັນຮາກຖານພັກໜຶ່ງ ທີ່ສັງກັດໃນໂຄງປະກອບການຈັດຕັ້ງພັກ, ພາຍໃຕ້ການນຳພາ-ຊີ້ນໍາໂດຍກົງຂອງອົງຄະນະພັກເມືອງໄຊຍະບູລີ, ມີພາລະບົດບາດເປັນແກນນໍາໃນລະບົບການເມືອງຢູ່ຮາກຖານຫ້ອງການ, ມີໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດໃຫ້ປະກົດຜົນເປັນຈິງ. ມີພາລະບົດບາດເປັນແກນນໍາໜ້າທາງດ້ານການເມືອງ-ແນວຄິດ, ສຶກສາອົບຮົມ, ຈັດຕັ້ງນໍາພາສະມາຊິກພັກ, ພະນັກງານໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດໃຫ້ປະກົດຜົນເປັນຈິງ; ມີພາລະບົດບາດໃນການປັບປຸງ-ກໍ່ສ້າງພັກ ແລະ ຂະຫຍາຍພັກຕາມກົດລະບຽບຂອງພັກ, ໃກ້ຊິດຕິດແທດກັບມະຫາຊົນ, ປະຕິບັດມະຕິຄຳສັ່ງ ແລະ ເຂົ້າຮ່ວມນຳຂະບວນການຂອງແຂວງ, ຂອງເມືອງທີ່ຈັດຂຶ້ນພ້ອມທັງໄດ້ປັບປຸງກົງຈັກການຈັດຕັ້ງຢູ່ໃນຮາກຖານພັກ, ຮັບປະກັນການເຮັດສຳເລັດໜ້າທີ່ການເມືອງກໍ່ຄືວຽກວິຊາສະເພາະທີ່ຕົນຮັບຜິດຊອບນຳພາ. ໜ່ວຍພັກຫ້ອງວ່າການເມືອງໄຊຍະບູລີ ປະກອບມີ 4 ໜ່ວຍງານຄື: ໜ່ວຍງານຄົ້ນຄ້ວາສັງລວມ, ໜ່ວຍງານຈັດຕັ້ງກວດກາ, ໜ່ວຍງານບໍລິຫານ-ການເງິນ, ໜ່ວຍງານກໍ່ສ້າງຮາກຖານ ແລະ ມີກອງເລຂາຊ່ວຍວຽກສະພາ ແລະ ວຽກງານສາດສະໜາ ແລະ ແຜນທີ່ ປະກອບມີຄະນະ 04 ສະຫາຍ,ຍິງ 2 ສະຫາຍ, ມີພະນັກງານທັງໝົດ 36 ສະຫາຍ, ຍິງ 12 ສະຫາຍ, ອາສາສະມັກ 1 ສະຫາຍ, ຍິງ 1 ສະຫາຍ ຜ່ານການຕີລາຄາແບ່ງປະເພດສະມາຊິກພັກຖືກກວດກາມີທັງໝົດ 35 ສະຫາຍ, ຍິງ 10 ສະຫາຍຜ່ານການປະເມີນໄດ້ປະເພດແຂງ 35 ສະຫາຍ, ຍິງ 10 ສະຫາຍ. ປະເພດໜ່ວຍງານໄດ້ປະເພດແຂງ, ປະເພດອົງການຈັດຕັ້ງມະຫາຊົນໄດ້ປະເພດແຂງ, ປະເພດສຳນັກງານໄດ້ປະເພດແຂງ, ຕີລາຄາການນໍາພາຂອງໜ່ວຍພັກຕາມ 5 ເນື້ອໃນ ການນໍາພາດ້ານການເມືອງ ຄະແນນເຕັມ 10 ປະຕິບັດໄດ້ 9 ຄະແນນ, ການນໍາພາດ້ານແນວຄິດ ຄະແນນເຕັມ 10 ປະຕິບັດໄດ້ 9 ຄະແນນ, ການນໍາພາດ້ານການຈັດຕັ້ງ ຄະແນນເຕັມ 10 ປະຕິບັດໄດ້ 9 ຄະແນນ, ດ້ານແບບແຜນການນໍາພາ ຄະແນນເຕັມ 10 ປະຕິບັດໄດ້ 9 ຄະແນນ, ດ້ານການນໍາພາປະຕິບັດໜ້າທີ່ການເມືອງ ຄະແນນເຕັມ 10 ປະຕິບັດໄດ້ 9 ຄະແນນ, ຜ່ານການກວດກາປະເມີນຜົນເຫັນວ່າໜ່ວຍພັກ ໄດ້ປະເພດ ແຂງ ເປັນໜ່ວຍພັກ ປອດໃສ , ເຂັ້ມແຂງ, ໜັກແໜ້ນ. ຈາກນັ້ນໃນກອງປະຊຸມກໍ່ໄດ້ຜ່ານບົດບັນທຶກການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ປະຈໍາປີ 2026 ພ້ອມທັງຈັບມືແຂ່ງຂັນກັນ ຕອນທ້າຍ ສະຫາຍ ຄໍາພຽນ ປັນຍາວົງ ຄະນະປະຈໍາພັກເມືອງ ປະທານຄະນະກວດກາພັກເມືອງ ປະທານອົງການກວດກາລັດເມືອງ, ກໍ່ໄດ້ໃຫ້ກຽດໂອ້ລົມຕື່ມອີກ.
ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ ນັກຂ່າວ ເມືອງໄຊຍະບູລີ