ໜ່ວຍພັກຮາກຖານບ້ານບົວບານຮັກສາໄດ້​ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ

  ………………….  

ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂອງໜ່ວຍພັກບ້ານ ບົວບານ ໄດ້ໄຂຂື້ນຢ່າງເປັນທາງການຂອງວັນທີ 4 ກຸມພາ 2026 ຢູ່​ທີ່ຫໍທີ່ປະຊຸມຂອງບ້ານ ໂດຍພາຍໃຕ້ການ​ເປັນ​ປະທານ​ຂອງສະຫາຍ ເພັດ ພັນທະວົງ ເລ​ຂາ​ໜ່ວຍ​ພັກບ້ານ, ມີບັນດາສະຫາຍ ຄະນະຮັບຜິດຊອບທີມງານຂອງເມືອງ, ຄະນະໜ່ວຍພັກ, ສະມາຊິກພັກ, ຫົວໜ້າໜ່ວຍງານ-ຈຸງານ, ໜ່ວຍຄຸ້ມຄອງຄອບຄົວ ເຂົ້າຮ່ວມທັງໝົດ 70 ສະຫາຍ, ຍິງ 17 ສະຫາຍ.

ກອງ​ປະຊຸມ​​ຄັ້ງນີ້ ຄະນະໜ່ວຍພັກ, ສະ​ມາ​ຊິກ​ພັກ, ຫົວໜ້າໜ່ວຍງານ-ຈຸງານ, ຫົວໜ້າໜ່ວຍຄຸ້ມຄອງພົນລະ ເມືອງໄດ້ຄົ້ນຄວ້າຮັບຮອງ ​ເນື້ອ​ໃນ​ກອງ​ປະ​ຊຸມດັ່ງນີ້: ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາບົດສະຫຼຸບ ຜົນຂອງການກວດກາ ປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກບ້ານ ປະຈຳປີ 2025 ແລະ ທິດ​ທາງ​ແຜນ​ການ ປະຈຳປີ 2026 ຜ່ານ​ການກວດ​ກາ​ຕີ​ລາ​ຄາ​​ເຫັນ​ວ່າ​ ສະມາຊິກພັກຖືກກວດກາທັງໝົດ 23 ສະຫາຍ, ຍິງ 4 ສະຫາຍ,​ ໄດ້​ປະ​ເພດ​ແຂງ 22 ສະ​ຫາຍ, ຍິງ 4 ສະຫາຍ, ກາງ 1 ສະຫາຍ, ບໍ່ແບ່ງ 1 ສະຫາຍ, (ສະມາຊິກພັກສຳຮອງ);ປະ​ເພດ​ໜ່ວຍ​ພັກ ໄດ້​ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ກອງປະຊຸມໄດ້ເປັນກຽດຕ້ອນຮັບ ແລະ ຮັບຟັງການໂອ້ລົມຈາກສະຫາຍ ດຣ ນາງ ແສງເພັດ ແກ້ວປະເສີດ ກຳມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ, ຮອງຫົວໜ້າຄະນະຮັບຜິດຊອບຊີ້ນຳເຂດບົວບານ-ເມືອງວາ ຊື່ງສະຫາຍກໍໄດ້ເນັ້ນ ໜັກເຖິງຫຼາຍບັນຫາ ໂດຍສະເພາະແມ່ນການກໍ່ສ້າງປັບປຸງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນແຕ່ລະດ້ານເປັນຕົ້ນ: ຕ້ອງເພີ່ມທະວີການສືກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້-ຄວາມສາມາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງສະຫາຍສະມາຊິກພັກ, ນອກຈາກນີ້ ຕ້ອງໄດ້ຕິດຕາມ-ກວດກາສະມາຊິກພັກ, ຫົວໜ້າໜ່ວຍງານ-ຈຸງານ, ຫົວໜ້າໜ່ວຍຄຸ້ມຄອງຄອບຄົວ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ໜ້າທີ່ຂອງຕົນ, ສິ່ງສໍາຄັນຕ້ອງສຸມໃສ່ການ ປ້ອງກັນເວນຍາມ ຢູ່ຂອບເຂດຄວາມຮັບຜິດຊອບຂອງຕົນ  ເພື່ອສະກັດກັ້ນ ບັນຫາທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເປັນຕົ້ນບັນຫາຢາເສບຕິດ, ​ຂີ້ລັກງັດແງະ ແລະ ເຫດການຕ່າງໆ ທີ່ອາດຈະເກີດຂື້ນພາຍໃນບ້ານ ພ້ອມທັງຊອກຫາວິທີທາງແກ້ໄຂຢ່າງທັນການ ແລະ ສືບຕໍ່ຮັກສາມູນເຊື້ອໜ່ວຍພັກ ​ປອດ​ໃສ, ​ເຂັ້ມ​ແຂງ, ແລະ ໜັກ​ແໜ້ນ ໄວ້ໃຫ້ໝັ້ນຄົງ.

 

ຂ່າວ : ຄອນສະຫວັນ ໄຊຍະວົງ (ຄ.ອ.ມ ປາກລາຍ)

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa