1ປີຜ່ານມາໜ່ວຍພັກ ການເງິນ ສຸ່ມໃສຊີ້ນໍາ-ນໍາພາວຽກງານວິຊາສະເພາະ ຈັດເກັບລາຍຮັບ ໄດ້ລື່ນແຜນ

ໃນ​ວັນ​ທີ  31 ມີນາ 2026 ນີ້. ຢູ່ທີຫ້ອງປະຊຸມ ຫ້ອງການ-ການເງິນ ເມືອງເງິນ ແຂວງ ໄຊຍະບູລີ. ໄດ້ເປີດກອງປະຊຸມ ສະຫຼຸບຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2025 ຂອງໜ່ວຍ​ພັກຫ້ອງການ – ການເງິນ. ພາຍໃຕ້ການເປັນປະທານຂອງ ສະຫາຍ ວິລະພົງ ອິນທະວົງ ເລຂາໜ່ວຍພັກ ຫ້ອງການ-ການເງິນ, ເຂົ້າຮ່ວມເປັນກຽດ ມີ ສະຫາຍ ອຸ່ນຄຳ ອຸບົນສັກ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີສະຫາຍທິມງານຂອງເມືອງ, ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.

ສະຫາຍ ສົມບູນ ເບົ້າຈັນ ຮອງເລຂາໜ່ວຍພັກ ໄດ້ຜ່ານ ຮ່າງບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025ແລະ ທິດທາງແຜນການ ປະຈຳປີ 2026 ຂອງໜ່ວຍ​ພັກຫ້ອງການ – ການເງິນ. ໜ່ວຍ​ພັກຫ້ອງການ-ການເງິນ ​ເປັນ​ໜ່ວຍ​ພັກ​ໜຶ່ງ​ທີ່​ຂຶ້ນ​ກັບ​ ​ການ​ຊີ້​ນໍາ-ນໍາພາ​ໂດຍ​ກົງ​ຮອບ​ດ້ານ​ຂອງ​ຄະນະ​ປະ​ຈໍາ​ພັກ​ເມືອງ  ມີໜ້າທີ່ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ໄດ້ກຳນົດໄວ້ໃນລະບຽບຂອງພັກ.ມີພາລະບົດບາດເປັນແກນນໍາທາງ​ດ້ານ​ການ​ເມືອງ,ມີໜ້າທີ່ສຶກສາ​ອົບຮົມ ​ແລະ ຈັດ​ຕັ້ງ​ນໍາພາສະມາຊິກ​ພັກ, ພະນັກງານ-ລັດຖະກອນ​ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ, ມະຕິ, ຄໍາ​ສັ່ງ, ຂໍ້​ກໍານົດ, ກົດ​ລະບຽບ​ພັກ ​ແລະ ລະບຽບ​ກົດໝາຍ​ຂອງລັດໃຫ້​ປະກົດຜົນ​ເປັນ​ຈິງ. ເຮັດ​ບົດບາດ​ປັບປຸງ-ກໍ່ສ້າງ​ພາຍ​ໃນ​ພັກ​ຕາມ​ກົດ​ລະບຽບຂອງ​ພັກ, ​ໃກ້​ສິດ​ຕິດ​ແທດ​ມະຫາ ຊົນສ້າງ​ເປົ້າ​ໝາຍ​ຂະຫຍາຍ​ເຂົ້າ​ພັກ; ປະກອບສ່ວນ​ວຽກ​ງານກໍ່ສ້າງພັກ-​ພະນັກງານ ​ແລະ ການ​ປັບປຸງ​ບູລະນະ​ກົງຈັກ​ການຈັດຕັ້ງ​ຢູ່​ພາຍ​ໃນ​ໜ່ວຍ​ພັກ​, ຮັບປະກັນ​ການປະຕິບັດໜ້າ​ທີ່​ການ​ເມືອງ​ກໍ່​ຄື​ວຽກ​ງານ​ວິຊາ​ສະ​ເພາະ​ໃນ​ຂອບ​ເຂດ​ການນຳພາຂອງໜ່ວຍ​ພັກ​ຕົນ​ຮັບຜິດຊອບ​. ເຊີ່ງສະແດງອອກໃນການຊີ້ນໍາ-ນໍາພາໃນການຈັດເກັບລາຍຮັບ ແຜນລາຍຮັບທັງໝົດ 6,44ຕື້ ກີບ ໃນນີ້: ສ່ວຍສາອາກອນ   6,24 ຕື້ກີບ, ຊັບສິນຂອງ​ລັດ 200ລ້ານ ກີບ, ຜ່ານ​ການຈັດ​ຕັ້ງປະຕິບັດຕົວຈິງສາມາດຈັດເກັບລາຍຮັບໄດ້ທັງໝົດ 9,98 ຕື້ກີບ ເທົ່າກັບ 155,08% ຂອງແຜນການປີ  ໃນນີ້: ຮັບຈາກສ່ວຍສາອາກອນ 9,44 ຕື້ກີບ ເທົ່າກັບ 151,25% ຂອງແຜນການປີ, ລາຍຮັບຊັບສິນ 548 ລ້ານກີບເທົ່າກັບ 274,48% ຂອງແຜນການປີ; ດ້ານລາຍຈ່າຍ: ປະຕິບັດລາຍຈ່າຍທັງໝົດ 5,73 ຕື້ກີບ ເທົ່າກັບ 100 % ຂອງແຜນການປີໃນນີ້: ລາຍຈ່າຍບໍລິຫານ 2,69 ຕື້ກີບ ເທົ່າກັບ 100% ຂອງແຜນການປີ, ລາຍຈ່າຍດັດສົມ-ສົ່ງເສີມ 525 ລ້ານກີບ ເທົ່າກັບ 100% ຂອງແຜນການປີ, ລາຍຈ່າຍບັງເອີນອື່ນໆ 2,51 ຕື້ກີບ ເທົ່າກັບ 100% ຂອງແຜນການປີ.

ສຳລັບ ຜົນການຕີລາປະເມີນຜົນການປະຕິບັດໜ້າທີ່ ຂອງສະມາຊິກພັກພາຍໃນໜ່ວຍ ແລະ ຜົນສໍາເລັດການນໍາພາ-ຊີ້ນໍາຂອງໜ່ວຍພັກຜ່ານມາ, ສາມາດຢັ້ງຢືນໄດ້ ໜ່ວຍພັກ ຫ້ອງການ-ການເງີນ ຮັກສາໄດ້ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa