

ບ້ານ ແສງຈະເລີນ ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານປະຈຳປີ 2025 ຂື້ນໃນວັນທີ 5 ກຸມພາ 2026 ຢູ່ທີ່ຫ້ອງປະຊຸມຂອງບ້ານ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ພະນັກງານລົງກໍ່ສ້າງຮາກຖານ, ຄະນະພັກອົງການປົກຄອງບ້ານພ້ອມດ້ວຍປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມ ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ຂອງບ້ານ ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີທີ່ຕັ້ງໜ້າ, ບົດຮຽນທີ່ຖອດຖອນໄດ້ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າ ເຊິ່ງບ້ານແສງຈະເລີນ ປະກອບມີ 28 ໜ່ວຍຄອບຄົວ, ມີ 327 ຄອບຄົວ, ມີພົນລະເມືອງທັງໝົດ 1589 ຄົນ, ຍິງ 766 ຄົນມີແຮງງານຕົ້ນຕໍ 779 ແຮງງານ, ຍິງ 410 ແຮງງານ ອາຊີບສ່ວນໃຫຍ່ແມ່ນຊາວກະສິກອນເຊິ່ງໃນໄລຍະຜ່ານມາຄະນະພັກອົງການປົກຄອງບ້ານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນຊັ້ນຄົນຕ່າງໆພາຍໃນບ້ານດ້ວຍການນຳເອົາບັນດາແນວທາງຂອງພັກ, ນະໂຍບາຍຂອງລັດ, ລະບຽບກົດໝາຍກໍ່ຄືມະຕິ, ຄຳສັ່ງ, ຂໍ້ກຳນົດຕ່າງໆຂອງຂັ້ນເທິງເຜີຍແຜ່ເຊື່ອມຊືມໃຫ້ປະຊາຊົນບັນດາເຜົ່າຢ່າງທົ່ວເຖີງ, ໄດ້ຖືສຳຄັນໃນການຈັດຕັ້ງປະຕິບັດໂຄງການ, ແຜນວຽກຕ່າງໆທີ່ທາງຂັ້ນເທິງວາງອອກ, ຫັນເປັນແຜນການລະອຽດ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ກໍ່ຄືໄດ້ພ້ອມກັນປະຕິບັດບັນດາໂຄງການທີ່ຂື້ນໄວ້ໄດ້ 3 ໂຄງການດ້ວຍທືນຂອງປະຊາຊົນ ແລະ ທຶນສົມທົບຂອງລັດ ລວມມູນຄ່າ 1.838 ລ້ານກີບຄື: ໂຄງການຊົນລະກະເສດສ້າງທາງເຂົ້າສູ່ພື້ນທີ່ການຜະລິດມູນຄ່າ 500 ລ້ານກີບ, ໂຄງການສ້າງທາງຊອຍເບຕົງ 4 ເສັ້ນ ມູນຄ່າ 838 ລ້ານກີບ, ໂຄງການສ້າງຫໍ່ແຈກ ແລະ ຫໍກອງມູນຄ່າ 500 ລ້ານກວ່າກີບ, ເສດຖະກິດຂອງບ້ານໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງລວມຍອດຜະລິດຕະພັນພາຍໃນບັນລຸ 55 ຕື້ກີບ ສະເລ່ຍຫົວຄົນໜຶ່ງໄດ້ 36 ລ້ານກີບ/ຄົນ/ປີ ເທົ່າກັບ 1714 ໂດລາຕໍ່ຄົນຕໍ່ປີ, ຜ່ານການລົງກວດກາຄອບຄົວຕາມດໍາລັດ 348/ລບ ມີຄອບຄົວບັນລຸມາດຕະຖານພົ້ນທຸກ 314 ຄອບຄົວ ເທົ່າກັບ 94 % ຂອງຄອບຄົວທັງໝົດ, ແລະ ໄດ້ປະກາດເປັນບ້ານພັດທະນາປີ 2013 ຫຼາຍຄອບຄົວມີລາຍໄດ້ເພີ່ມຂຶ້ນ ພື້ນຖານໂຄງລ່າງພາຍໃນບ້ານໄດ້ຮັບການພັດທະນາ ອັນພົ້ນເດັ່ນແມ່ນໄດ້ສ້າງທາງຊອຍເບຕົງພາຍໃນບ້ານ ແລະ ວຽກງານຫັດຖະກຳຕ່ຳແຜ່ນຂອງເຜົ່າລື້ເຊິ່ງໄດ້ກາຍເປັນສີນຄ້າໂອດ໋ອບຂອງເມືອງ ຈາກນັ້ນກໍ່ໄດ້ພ້ອມກັນວາງທິດທາງແຜນການໃນຕໍ່ໜ້າ ແລະ ໃນໂອ້ກາດນີ້ກໍ່ໄດ້ຜ່ານຂໍ້ແຂ່ງຂັນຮັກຊາດພັດທະນາຂອງບ້ານພ້ອມທັງຈັບມື້ແຂ່ງຂັນເພຶ່ອວາງແຜນພັດທະນາພື້ນຖານໂຄງລ່າງກໍ່ຄືພັດທະນາເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າໃຫ້ນັບມື້ດີຂື້ນເປັນກ້າວໆ ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງໄດ້ມີຄຳເຫັນໂອ້ລົມທ່ານໄດ້ເໜັ້ນໃຫ້ຄະນະພັກອົງການປົກຄອງບ້ານໃຫ້ເອົາໃຈໃສ່ສືກສາອົບຮົມການເປັນແນວຄິດປະຊາຊົນບັນດາເຜົ່າໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງເຊື່ອໝັ້ນຕໍ່ການນຳພາຂອງພັກ ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນດ້ານຕ່າງໆທີ່ເກີດຂື້ນໃຫ້ໝົດໄປ, ພ້ອມກັນສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ຫຼາຍຂື້ນເພຶ່ອກັນພັດທະນາເສດຄອບຄົວກໍ່ຄືພັດທະນາພື້ນຖານໂຄງລ່າງໃຫ້ກ້າວຂື້ນຢ່າງບໍ່ຍຸດຢັ້ງ.
ຂ່າວໂດຍ: ວົງສະຫວັນ ສຸທິໂວຫານ