ແຂວງໄຊຍະບູລີເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນສໍາຄັນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ.

ແຂວງໄຊຍະບູລີເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນສໍາຄັນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ.
……………………
ໃນຕອນເຊົ້າຂອງວັນທີ 19 ສິງຫາ 2024 ນີ້ ຢູ່ທີ່ສະໂມສອນໃຫຍ່ແຂວງໄຊຍະບູລີ ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນສໍາຄັນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໂດຍການເປັນກຽດເຜີຍແຜ່ ຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ໃນພິທີອັນມີຄວາມໝາຍຄວາມສໍາຄັນນີ້ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດຂຶ້ນເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນສໍາຄັນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໂດຍປະຕິບັດຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກສະບັບເລກທີ 275/ຄອສພ ລົງວັນທີ 14 ມີນາ 2024 ກ່ຽວກັບການຈັດຕັ້ງເຜີຍແຜ່ເນື້ອໃນສໍາຄັນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບປີ 2024-2028 ເພື່ອຈັດຕັ້ງຜັນຂະຫຍາຍຜົນສໍາເລັດການພົບປະສອງຝ່າຍໄດ້ເນັ້ນໜັກວ່າ: ຄູ່ຮ່ວມຊາຕາກໍາ ລາວ-ຈີນ ເປັນຄູ່ຮ່ວມຊາຕາກໍາແບບພິເສດໃນຂອບການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ພິເສດຢູ່ບ່ອນວ່າ ຈີນ ແລະ ລາວ ລ້ວນແຕ່ແມ່ນປະເທດສັງຄົມນິຍົມທີ່ນໍາໂດຍພັກກອມມູນິດ ການຢຶດໝັ້ນການນໍາຂອງພັກ ແລະ ເສັ້ນທາງສັງຄົມນິຍົມແມ່ນທາດແທ້ຂອງສາຍພົວພັນ ຈີນ-ລາວ ທັງແມ່ນລັກສະນະຈະແຈ້ງຂອງການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຊຶ່ງສອງຝ່າຍຕ້ອງຖືເອົາແຜນແມ່ບົດສະບັບໃໝ່ເປັນບ່ອນອິງໃນການຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກໍາກ້າວເຂົ້າສູ່ລວງເລິກເປັນຮູບປະທໍາ ແລະ ເພິ່ມເນື້ອໃນໃໝ່ຂອງການພົວພັນຮ່ວມມືສອງພັກ,ສອງລັດ ລາວ-ຈີນ ໃນຕໍ່ໜ້າ. ຈຸດປະສົງການເຜີຍແຜ່ໃນຄັ້ງນີ້ກໍ່ເພື່ອສຶກສາອົບຮົມກ່ຽວກັບສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາດົນນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຊຶ່ງເປັນປັດໄຈສໍາຄັນອັນໜຶ່ງຄໍ້າປະກັນຜົນສໍາເລັດຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາໃນປະຈຸບັນ ແລະ ອະນາຄົດ. ເພື່ອສ້າງຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບຄວາມໝາຍສໍາຄັນ ແລະ ເນື້ອໃນຂອງການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຄືການຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ດໍາເນີນໄປຢ່າງໝັ້ນທ່ຽງ ແລະ ຍາວນານ ບົນພື້ນຖານຢຶດໝັ້ນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນທາງການເມືອງມີຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດຊ່ວຍເຫຼືອ ແລະ ປົກປ້ອງກັນທາງດ້ານຄວາມໝັ້ນຄົງເຂົ້າໃຈ ແລະ ໃກ້ຊິດກັນທາງດ້ານວັດທະນະທໍາ-ສັງຄົມ ຢູ່ຮ່ວມກັນ ແລະ ຄຸ້ມຄອງຮ່ວມກັນທາງດ້ານລະບົບນິເວດ ແລະ ສິ່ງແວດລ້ອມ ພ້ອມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດຕະຖານສູງ, ມີຄຸນນະພາບສູງປະກອບສ່ວນຢ່າງຕັ້ງໜ້າ ແລະ ການເປັນຕົວແບບໃນການສ້າງປະຊາຄົມຄູ່ຮ່ວມຊາຕາກໍາຂອງມວນມະນຸດໂລກ. ເພື່ອສ້າງຄວາມຮັບຮູ້ເລິກເຊິ່ງຢ່າງຖືກຕ້ອງກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ສະບັບປີ 2024-2028 ທີ່ມີເນື້ອໃນຕົ້ນຕໍແມ່ນເພິ່ມທະວີການປະສານງານດ້ວຍຍຸດທະສາດເພື່ອຮັດແໜ້ນພື້ນຖານການເມືອງ, ການຮ່ວມມືທີ່ເປັນຮູບປະທໍາເພື່ອຮັດແໜ້ນສາຍພົວພັນທີ່ມີຜົນປະໂຫຍດຮ່ວມກັນ. ເພິ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງປອດໄພ ແລະ ເພິ່ມທະວີການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດເພື່ອຮັດແໜ້ນຄວາມສາມັກຄີຮັກແພງຂອງປະຊາຊົນເອົາໃຈໃສ່ປົກປັກຮັກສາລະບົບນິເວດຊຸກຍູ້ການພັດທະນາແບບຍືນຍົງເພື່ອສ້າງເປັນປະຊາຄົມຮ່ວມຊາຕາກໍາສີຂຽວຕ້ອງກໍາແໜ້ນເນື້ອໃນຈິດໃຈຂອງການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເພື່ອຜັນຂະຫຍາຍເນື້ອໃນໃຫ້ປະກົດຜົນເປັນຈິງໃນອະນາຄົດ.
……………………….
ຂ່າວ+ພາບ: ສິດທິພອນ ທີແກ້ວ
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa