

ກອງບັນຊາການທະຫານ ເມືອງບໍ່ແຕນ ແຂວງໄຊຍະບູລີ ເປີດຊຸດອົບຮົມ ຫັດແອບວິຊາພື້ນຖານປ້ອງກັນຕົວໃຫ້ນັກຮຽນ ມສ ຊັ້ນ ມ7 ຂຶ້ນຢູ່ທີ່ໂຮງຮຽນມສ ບໍ່ແຕນມີໄຊ ໃນຕອນເຊົ້າຂອງວັນທີ 10 ມີນາ 2026 ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ພັນທະວົງ ຮອງເລຂາພັັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງມີຄະນະພັກ ຄະນະບັນຊານາຍ ແລະ ພົນທະຫານ ແລະ ນ້ອງນັກຮຽນຊັ້ນມ 7 ຂອງ 3 ໂຮງຮຽນຄື:ໂຮງຮຽນມສບໍ່ແຕນມີໄຊ,ໂຮງຮຽນມສບໍ່ແຕນ ແລະໂຮງຮຽນມສນ້ຳພຸ ເຊິ່ງມີນັກຮຽນເຂົ້າຮ່ວມຝຶກທັງໝົດ 145 ນ້ອງຍິງ 46 ນ້ອງເຂົ້າຮ່ວມ. ໂດຍປະຕິບັດຕາມແຜນການອົບຮົມຫັດແອບຂອງກອງບັນຊາການທະຫານເມືອງບໍ່ແຕນ ປະຈຳປີ 2026.ການຝຶກອົບຮົມກໍ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການກັບສະພາບການໃນໄລຍະໃໝ່ ແລະ ເປັນການປັບປຸງກຳລັງນັກຮຽນ-ນັກສຶກສາເຂົ້າໃນວຽກງານສຶກສາປ້ອງກັນຊາດປ້ອງກັນຄວາມສະຫງົບຂະຫຍາຍມູນເຊື້ອປະຕິວັດຍົກສູງຄວມຮັບຜິດຊອບຕົນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃນສະເພາະໜ້າ ແລະ ຍາວນານເພື່ອແນໃສ່ເຮັດໃຫ້ນັກຮຽນມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູກຽມພ້ອມຮັບໃຊ້ຊາດເມືອຊາດຕ້ອງການ,ວິຊາທີ່ນຳມາຝຶກອົບຮົມໃນຄັ້ງນີ້ມີມຸນເຊື້ອຂອງກອງທັບປະຊາຊົນລາວ,ປະເທດລາວ ຄົນລາວເປັນເຈົ້າ ແລະ ນະໂຍບາຍຂອງພັກ-ລັດ ຕໍ່ຊົນເຜົ່າ,ກົດໝາຍນາຍທະຫານກອງທັບປະຊາຊົນລາວ.ຮູບແຖວພື້ນຖານຂອງກອງທັບ,ຄຸນຄ່າສະມັດຕະພາບການປະກອບສ້າງຂອງປືນ AK,CKC ຍຸດທະວິທີສວຍໃຊ້ພູມີປະເທດ,ຫຼັກການຍິງປືນບົດເປີດສາກອາກາແອມ( AKM) ,ຈັ່ງຫວະຍິງປືນອາກາແອມ( AKM) ຢືນ,ນັ່ງ,ນອນຍິງ.ການຝຶກອົຮົມໃນຄັ້ງນີ້ໄດ້ດຳເນີນໄປເປັນເວລາ 4 ວັນຈຶ່ງສຳເຫຼັດ.
ກອງບັນຊາການທະຫານເມືອງບໍ່ແຕນໃຫ້ຂໍ້ມູນ
ສາຍຄໍາ ບຸນຍາວົງ ນັກຂ່າວເມືອງບໍ່ແຕນ ແຂວງໄຊຍະບູລີ ລາຍງານ