

ວັນທີ 10 ມີນາ 2026 ນີ້ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄະນະກໍາການປົກຄອງເມືອງປະຈໍາເດືອນກຸມພາ ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ພາຍໃຕ້ການເປັນປະທານຂອງທ່ານ ສົມສະນິດ ວົງສີ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ມີຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ
ກອງປະຊຸມໃນຄັ້ງນີ້ທ່ານ ສົມສະນິດ ວົງສີ ປະທານຄະນະກໍາມະການປົກຄອງເມືອງໄດ້ສະເໜີຈຸດປະສົງພ້ອມທັງທັງໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ຈາກນັ້ນທ່ານ ແຄນ ແສງສຸວັນ ຫົວໜ້າຫ້ອງວ່າການເມືອງ ຄະນະກໍາມະການປົກຄອງເມືອງ ໄດ້ຂື້ນຜ່ານບົດລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຄະນະກໍາມະການປົກຄອງເມືອງ ປະຈໍາເດືອນ ກຸມພາ ແລະ ແຜນວຽກຈຸດສຸມປະຈໍາເດືອນມີນາ ປີ 2026 ເຊິ່ງໄດ້ຍົກໃຫ້ເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານຈຸດສຸມໃນໄລຍະຜ່ານມາໃນແຕ່ລະດ້ານເປັນຕົ້ນດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວັດທະນະທໍາສັງຄົມ, ວຽກງານຄຸ້ມຄອງບໍລິຫານລັດ ແລະ ວຽກງານພົວພັນຕ່າງປະເທດ ເຊິ່ງຍົກໃຫ້ເຫັນບາງບົດຮຽນທີ່ພົ້ນເດັ່ນ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບັນດາທິດທາງແຜນການຈຸດຈຸມເດືອນມີນາ ປີ 2026. ພ້ອມນີ້ປະທານກອງປະຊຸມຍັງໄດ້ມີຄໍາເຫັນເຈາະຈີ້ມບາງບັນຫາເຜີ້ມເຕີມໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຮັບຟັງການລາຍງານກ່ຽວກັບການເກັບເຂົ້າພັນທະ ປະຈໍາປີ 2025, ການຕິດຕາມຊຸກຍູ້ການປູກພືດລະດູແລ້ງ, ແຜນປ້ອງກັນໄຟໄໝ້ລາມປ່າ, ການຄຸ້ມຄອງລາຄາສິນຄ້າ ແລະ ການເຄື່ອນຍ້າຍສິນຄ້າອອກເມືອງ, ການສອບເສັງນັກຮຽນເກັ່ງຂັ້ນເມືອງ, ການຈັດຕັ້ງປະຕິບັດວຽກງານປ້ອງກັນພະຍາດເປ້ຍລ່ອຍ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ກັບການຈັດຕັ້ງປະຕິບັດວຽກງານຄະນະກໍາມະການປົກຄອງເມືອງປະຈໍາເດືອນ ກຸມພາ ເພື່ອຊອກໃຫ້ເຫັນບັນຫາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂໃນຕໍ່ໜ້າ.
ຕອນທ້າຍກອງປະຊຸມທ່ານ ສົມສະນິດ ວົງສີ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ຍັງໄດ້ມີການສັງລວມບັນຫາທີ່ບັນດາຜູ້ແທນກອງປະຊຸມໄດ້ມີການປະກອບຄໍາຄິດຄໍາເຫັນ ພ້ອມທັງໃຫ້ທິດຊີ້ນໍາ ແລະ ກ່າວປິດກອງປະຊຸມລົງຢ່າງເປັນທາງການ.