ສສຊເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

ໃນຕອນເຊົ້າຂອງວັນທີ 10 ກັນຍາ 2026 ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ X ຢູ່ທີ່ສະໂມສອນບ້ານໃຫຍ່ດອນເກືອ  ຕາແສງບໍ່ແຕນ, ເມືອງບໍ່ແຕນ, ແຂວງໄຊຍະບູລີ ເຊິ່ງນຳໂດຍທ່ານ ນາງ ວັນນາ ພົມວິສອນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງບໍ່ແຕນ ເຂົ້າຮ່ວມພິທີດ່ັງກ່າວມີ ທ່ານ ອານຸສິດມະໂນສິນ ປະທານຄະນະກຳມະການປົກຄອງເມືອງ ມີຄະນະກຳມະການປົກຄອງຕາແສງ, ອົງການປົກຄອງບ້ານ ຕະຫຼອດຮອດຜູ້ມີສິດເລືອກຕັ້ງເຂົ້າຮ່ວມ ໃນພິທີດັ່ງກ່າວທ່ານ ເດືອນ ສຸລິຍາ ປະທານຄະນະກຳມະການປົກຄອງຕາແສງໄດ້ລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງຄະນະກຳມະການປົກຄອງຕາແສງ ເຊິງໄດ້ຍົກໃຫ້ເຫັນດ້ານດີ,ດ້ານອ່ອນ ແລະ ບັນຫາດ້ານຕ່າງໆ ທີ່ຈະຕ້ອງໄດ້ສຶບຕໍ່ເອົາໃຈໃສແກ້ໄຂໃນຕໍ່ໜ້າ.

ໂອກາດນີ້ ທ່ານ ນາງວັນນາ ພົມວິສອນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ໄດ້ໃຫ້ກຽດຂື້ນເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X. ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາຄັນຕ່າງໆຄື: ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະ ປີ 2027-2030; ຮັບຮອງເອົາເນື້ອໃນວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ຕາມການສະເໜີຂອງລັດຖະບານ ແລະ ພິຈາລະນາ, ຮັບຮອງເອົາການສ້າງປັບປຸງກົດໝາຍ ຈໍານວນ 2 ສະບັບຄື: ກົດໝາຍວ່າດ້ວຍ ຄັງເງິນແຫ່ງລັດ ( ສະບັບສ້າງໃໝ່ ) ແລະ ກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ ( ສະບັບປັບປຸງ ).

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa