
ໃນວັນທີ 1 ພະຈິກ 2026 ທີ່ຫ້ອງວ່າການເມືອງພຽງ ແຂວງໄຊຍະບູລີ ໄດ້ມີພິທີມອບ-ຮັບເຄື່ອງອຸປະຖຳ ລະຫວ່າງ ບໍລິສັດ ເບຍລາວ ແລະ ທາງການເມືອງພຽງ ເພື່ອສະໜັບສະໜູນການຈັດງານບຸນຊ່ວງເຮືອປະເພນີປະຈຳປີ 2026 ໃຫ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມໂດຍຕາງໜ້າມອບໂດຍຕາງໜ້າບໍ່ລິສັດເບຍລາວ ແລະ ຕາງໜ້າຮັບໂດຍທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງພ້ອມບັນດາການນຳເມືອງ.
ໃນການສະໜັບສະໜູນຄັ້ງນີ້, ທາງບໍລິສັດເບຍລາວໄດ້ມອບຜະລິດຕະພັນເຄື່ອງດື່ມ ແລະ ອຸປະກອນໂຄສະນາຕ່າງໆ ລວມມູນຄ່າທັງໝົດ 14,100,000 ກີບ ໂດຍມີລາຍລະອຽດດັ່ງລຸ່ມນີ້:
ປະເພດເບຍ:
ເບຍລາວ ກະປ໋ອງ 330 ມລ ຈຳນວນ 15 ແກັດ (ມູນຄ່າ 4,545,000 ກີບ).
ເບຍລາວໂກລດ ກະປ໋ອງ 330 ມລ ຈຳນວນ 5 ແກັດ (ມູນຄ່າ 1,425,000 ກີບ).
ປະເພດນໍ້າດື່ມ ແລະ ເຄື່ອງດື່ມອັດລົມ:
ນໍ້າດື່ມ TGH ຈຳນວນ 20 ແກັດ (ມູນຄ່າ 1,360,000 ກີບ).
ເປັບຊີ ລາຍມ໌ (Pepsi lime) ຈຳນວນ 6 ແກັດ (ມູນຄ່າ 660,000 ກີບ).
ມິລິນດາ ບລູ (Mirinda Blue) ຈຳນວນ 6 ແກັດ (ມູນຄ່າ 660,000 ກີບ).
ອຸປະກອນໂຄສະນາ ແລະ ປ້າຍຕ່າງໆ (POSM):
ປ້າຍໂຄສະນາຂ້າມຖະໜົນ ຂະໜາດ 1×8 ແມັດ ຈຳນວນ 2 ຜືນ (ມູນຄ່າ 4,400,000 ກີບ).
ປ້າຍລາງວັນ ຂະໜາດ 35×70 ຊມ ຈຳນວນ 3 ອັນ (ມູນຄ່າ 1,050,000 ກີບ).
ການມອບອຸປະຖຳໃນຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນຈາກ ບໍລິສັດ ເບຍລາວ ໃນການສົ່ງເສີມວັດທະນະທຳຮີດຄອງປະເພນີການແຂ່ງຂັນເຮືອຊ່ວງ ເຊິ່ງເປັນມູນມໍດົກທາງວັດທະນະທຳອັນດີງາມຂອງທ້ອງຖິ່ນ ໃຫ້ສືບຄົງຢູ່ຄູ່ກັບຊາວເມືອງພຽງຕະຫຼອດ.